ກະຊວງ ຮສສ ຮ່ວມກັບຫຼາຍພາກສ່ວນປັບປຸງເນື້ອໃນຂໍ້ຕົກລົງອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ

ວັນທີ 23 ມິຖຸນາ 2025 ກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ, ໂດຍການເຂົ້າຮ່ວມຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຫົວໜ້າ, ຮອງຫົວໜ້າ ຫ້ອງການ, ບັນດາກົມ, ສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການປັບປຸງເນື້ອໃນບາງໝວດ ແລະ ມາດຕາ ໂດຍສະເພາະ ໝວດທີ 2 ອາຊີບທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ, ໃນມາດຕາ 7 ປະເພດອາຊີບທີ່ສະຫງວນໃຫ້ພົນລະເມືອງລາວ ໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງ ກັບ ກົດໝາຍ ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາຢ່າງເປັນລະບົບ ແລະ ມີປະສິດທິພາບ ແນໃສ່ສະຫງວນອາຊີບໄວ້ໃຫ້ພົນລະ ເມືອງລາວມີວຽກເຮັດງານທໍາ ພາຍໃນປະເທດ, ສາມາດປະກອບອາຊີບອິດສະລະ ແລະ ມີລາຍໄດ້ທີ່ ໝັ້ນຄົງ ເພື່ອຮັກສາເອກະລັກ ແລະ ວັດທະນະທໍາ ພູມປັນຍາທີ່ເປັນຮີດຄອງປະເພນີ ໄວ້ໃຫ້ພົນລະ ເມືອງລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; ລວມທັງອາຊີບທີ່ີມີກຳລັງແຮງງານລາວພຽງພໍ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອໃຫ້ອາຊີບເຫຼົ່ານັ້ນໄດ້ຢູ່ຄູ່ກັບຄົນລາວ ທັງເປັນການຊ່ວຍໃຫ້ແຮງງານລາວ ມີໂອກາດສູງຂຶ້ນໃນການມີວຽກເຮັດງານທໍາ ແລະ ສ້າງລາຍໄດ້ທີ່ໝັ້ນຄົງ.

