ລົດແກ້ວ ອິນທະກຸມມານ ນັກແລ່ນ ຈາກ ສປປ ລາວຄວ້າແຊ້ມອັນດັບ 1 ແລ່ນໄລຍະທາງ10,000 ມ.ຍິງ ໃນລາຍການໄທແລນ ໂອເພັນ 2025

ລົດແກ້ວ ອິນທະກຸມມານ ນັກແລ່ນ ຈາກ ສປປ ລາວຄວ້າແຊ້ມອັນດັບ 1 ແລ່ນໄລຍະທາງ10,000 ມ.ຍິງ ໃນລາຍການໄທແລນ ໂອເພັນ 2025ດ້ວຍສະຖິຕິ 39.45 ນາທີ ຄວ້າຫລຽນຄຳ ໄທແລນ ໂອເພັນ 2025

ລາຍການນີ້ ຈັດຂຶ້ນ ລະຫວ່າງວັນທີ 22-25 ມິຖຸນາ 2025 ມີ 11 ປະເທດໃນອາຊີເຂົ້າຮ່ວມ ຊຶ່ງເປັນລາຍການ ຄັດເລືອກສະຖິຕິນັກກິລາໄປຊິງແຊ້ມໂລກໃນເດືອນກັນຍາປີນີ້, ໃນນັ້ນ ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມ 15 ຄົນ, ສະເພາະ ນັກກິລາມີ 10 ຄົນ.

ງານຕໍ່ໄປ ລົດແກ້ວ ຈະເຂົ້າຮ່ວມ ພັດທະຍາ ມາຣາທອນ ວັນທີ 18-19 ກໍລະກົດ 2025 ໄລຍະທາງ 10 ກິໂລແມັດ ແລະ 21 ກິໂລແມັດ.