ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ ຂອງ ທະນາຄານແຫ່ງ ສປປ ລາວ

ວັນທີ 23 ມິຖຸນາ 2025 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ ໂດຍການເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະມາຊິກສະພາບໍລິຫານ ທຫລ, ຄະນະບໍລິຫານງານພັກ, ຄະນະນໍາ ທຫລ ພ້ອມແຂກຮັບເຊີນເຂົ້າຮ່ວມ.
ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງເລກທີ 03/ກມສພ, ລົງວັນທີ 11/6/2025 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ກົມການເມືອງສູນກາງພັກອອກຄຳສັ່ງຍົກຍ້າຍ ສະຫາຍນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປຮັບໜ້າທີ່ໃໝ່ຢູ່ທະນາຄານແຫ່ງ ສປປ ລາວ, ຜ່ານມະຕິຕົກລົງສະບັບເລກທີ 14/ກມສພ, ລົງວັນທີ 11/6/2025 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ກົມການເມືອງສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ.
ຜ່ານມະຕິຕົກລົງສະບັບເລກທີ 552/ຄລສພ, ລົງວັນທີ 13/6/2025 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍນາງ ວັດທະນາ ດາລາລອຍ ເປັນຮອງເລຂາຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ, ຜ່ານດຳລັດ ສະບັບເລກທີ 319/ນຍ, ລົງວັນທີ 13/6/2025 ວ່າດ້ວຍການແຕ່ງຕັ້ງຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງສະຫາຍນາງ ວັດທະນາ ດາລາລອຍ ເປັນຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍ ແລະ ພະນັກງານນໍາພາຫຼັກແຫຼ່ງພາຍໃນ ທຫລ ວ່າ: ການປັບປຸງແຕ່ງຕັ້ງ-ຍົກຍ້າຍ ຖືເປັນວຽກງານປົກກະຕິ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍການເມືອງຂອງພັກ-ລັດ ຂໍໃຫ້ ພະນັກງານຫຼັກແຫຼ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ການນຳພາ-ຊີ້ນໍາ ຂອງພັກ-ລັດ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພັດທະນາວຽກງານ ທຫລ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.
ທີ່ມາ: ທະນາຄານແຫ່ງ ສປປ ລາວ
