ຖະແຫລງຂ່າວ ປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017

ວັນທີ 20 ທັນວາ 2017, ທີ່ທຳນຽບປະທານປະເທດ ສສ ຫວຽດນາມ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ແລະ ສະຫານ ເຈິ່ນ ດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ໄດ້ຮ່ວມກັນຖະແຫລງຂ່າວປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017, ເຊິ່ງທັງສອງ ສະຫາຍ ໄດ້ຜັດປ່ຽນກັນກ່າວຄຳເຫັນ ໂດຍສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວວ່າ: ມື້ນີ້ ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ແຫ່ງ ສປປ ລາວ ມາ ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຂົ້າຮ່ວມພິທີ ປິດປີສາມັກຄີ ມິດຕະພາບລາວ-ຫວຽດນາມ 2017, ຂ້າພະເຈົ້າຮູ້ສຶກຊາບຊຶ້ງເປັນຢ່າງຍິ່ງຕໍ່ການ ຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ເຕັມໄປດ້ວຍມິດຈິດມິດໃຈອັນດູດດື່ມຖານສະຫາຍອ້າຍນ້ອງ ຈາກບັນດາສະຫາຍ ການນຳຂັ້ນສູງ ພັກ-ລັດ ແລະ ປະຊາຊົນຊາວນະຄອນຫລວງຮ່າໂນ້ຍ.
ການມາຢ້ຽມຢາມຄັ້ງນີ້, ຂອງຄະນະຜູ້ແທນພວກຂ້າພະເຈົ້າ ຢູ່ໃນບັນຍາກາດແຫ່ງປີສາມັກຄີ ມິດຕະພາບ ທີ່ປະຊາຊົນສອງຊາດ ໄດ້ພ້ອມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ສອງປະເທດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ ຢ່າງເປັນ ຂະບວນຟົດຟື້ນ. ຂ້າພະເຈົ້າເຫັນດີເປັນເອກະພາບ ກັບການຕີລາຄາຂອງສະຫາຍ ປະທານປະເທດ ເຈິ່ນ ດ້າຍ ກວາງ ທີ່ໄດ້ກ່າວໄປແລ້ວ. ສາຍພົວພັນພິເສດ ລາວ-ຫວຽດນາມ ໄດ້ຮັບການຖະນຸຖະ ໜອມ, ເພີ່ມພູນຄູນສ້າງໂດຍປະທານໂຮ່ຈິມິງ ຜູ້ນຳທີ່ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ຮັບການເອົາໃຈໃສ່ສືບຕໍ່ເພີ່ມພູນຄູນສ້າງ ໃຫ້ຈະເລີນ ງອກງາມ ຈາກຜູ້ນຳຫລາຍໆຮຸ່ນຕໍ່ມາ ຈົນກາຍເປັນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການ ຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນປັດໄຈຕັດສິນໄຊຊະນະ ຂອງພາລະກິດປະຕິວັດ ຂອງແຕ່ລະປະເທດ. ຄວາມສາມັກຄີພິເສດດັ່ງກ່າວ ໄດ້ກາຍເປັນກຳລັງແຮງມະຫາສານ ທີ່ສາມາດຕີ ຖອຍສັດຕູຕ່າງດ້າວ ທີ່ມີກຳລັງອຳນາດມະຫາສານເໜືອກວ່າພວກເຮົາຫລາຍເທົ່າໄດ້.
ປະຊາຊົນສອງຊາດ ລາວ-ຫວຽດນາມ ມີສິດທີ່ຈະເອກອ້າງທະນົງໃຈທີ່ເຫັນວ່າ ເຖິງວ່າເວ ລາຈະຜ່ານໄປຍາວນາມເທົ່າໃດ ສະພາບການພາຍໃນປະເທດ, ສະພາຍການສາກົນ ແລະ ພາກພື້ນ ຈະມີຄວາມສັບສົນ, ຜັນແປສະຫລັບສັບຊ້ອນປານໃດກໍຕາມ ແຕ່ສາຍພົວພັນທີ່ບໍລິສຸດຜຸດຜ່ອງ ລະ ຫວ່າງສອງຊາດ ລາວ-ຫວຽດນາມ ບໍ່ມີວັນຈືດຈາງ, ກົງກັນຂ້າມຍິ່ງມີຄວາມແໜ້ນແຟ້ນ ແລະ ສວຍ ສົດງົດງາມກວ່າເກົ່າ.
ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງ ເລິກເຊິ່ງ ຕໍ່ການຊ່ວຍເຫລືອອັນໃຫຍ່ຫລວງລ້ຳຄ່າຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ມີຕໍ່ພາລະກິດຂອງລາວພວກຂ້າພະເຈົ້າຕະຫລອດມາ ບໍ່ວ່າຈະໃນພາລະກິດຕໍ່ສູ້ກູ້ຊາດໃນ ເມື່ອກ່ອນ ກໍຄື ແກ່ພາລະກິດປົກປັກຮັກສາລະບອບໃໝ່ ແລະ ສ້າງສາພັດທະນາປະເທດຊາດ ຂອງ ພວກຂ້າພະເຈົ້າໃນປັດຈຸບັນ.
ເພື່ອລະນຶກເຖິງ ແລະ ສະເຫລີມສະຫລອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນ ການທູດສອງປະເທດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ, ໃນ ປີ 2017 ນີ້ ສອງປະເທດພວກເຮົາ ກໍໄດ້ຮ່ວມກັນຈັດກິດຈະກຳຢ່າງຫລວງຫລາຍ ເປັນຕົ້ນ ມີການ ແລກປ່ຽນການຢ້ຽມຢາມພົບປະເຊິ່ງກັນ ແລະ ກັນ ໃນທຸກລະດັບ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ, ແລກປ່ຽນສານອວຍພອນ, ການຈັດສຳມະນາ, ວາງສະແດງສິນຄ້າພີມຈຳໜ່າຍປຶ້ມ, ສຳພາດບັນ ດາການນຳ ແລະ ນັກຮົບປະຕິວັດຂອງສອງປະເທດ. ນອກຈາກການຈັດກິດຈະກຳຢູ່ພາຍໃນຂອງ ທັງ ສອງປະເທດແລ້ວ ບັນດາສຳນັກງານຜູ້ຕາງໜ້າການທູດຂອງສອງປະເທດ ຢູ່ຕ່າງປະເທດກໍໄດ້ ຮ່ວມ ກັນຈັດກິດຈະກຳ ພົບປະເພື່ອສະເຫລີມສະຫລອງວັນສຳຄັນດັ່ງກ່າວ ດ້ວຍບັນຍາກາດທີ່ຟົດຟື້ນທີ່ສຸດ.
ບັນດາກິດຈະກໍາເຄື່ອນໄຫວຕ່າງໆເຫລົ່ານັ້ນ ໄດ້ເຊື່ອມຊືມເຂົ້າໃນອາລົມຈິດຂອງປະຊາຊົນທັງສອງປະເທດ, ພິເສດ ແມ່ນໄດ້ຊ່ວຍເຮັດໃຫ້ຄົນຮຸ້ນໜຸ່ມຂອງສອງປະເທດຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງກວ່າເກົ່າ ຕໍ່ປະຫວັດສາດຄວາມເປັນມາ ແລະ ຄວາມໝາຍອັນເລີກເຊີ່ງແຫ່ງສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ມາຮອດເວລານີ້, ເຖິງວ່າປີສະມາຄີມິດຕະພາບລາວ-ຫວຽດ ນາມ, ຫວຽດນາມ-ລາວ ປີ 2017 ຈະສິ້ນສຸດລົງ ແຕ່ພວກຂ້າພະເຈົ້າເຊື່ອໜັ້ນວ່າ ສາຍພົວພັນອັນເປັນມູນເຊື້ອ, ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດພວກເຮົາ ຈະບໍມີວັນຈືດຈາງ ແລະ ຈະສືບຕໍ່ຢືນຍົງຄົງໜັ້ນຢູ່ໃນດວງໃຈ ຂອງປວງຊົນທັງສອງຊາດພວກເຮົາຕະຫລອດໄປ. ໃນສະພາບການພາກພື້ນ ແລະ ສາກົນ ພວມຜັນແປຢ່າງສັບສົນວ່ອງໄວຄືປັດຈຸບັນນີ້, ຍິ່ງກວ່າເວລາໃດໝົດທີ່ປະ ຊາຊົນສອງຊາດ ໂດຍສະເພາະ ຄົນລຸ້ນໜຸ່ມຂອງສອງປະເທດ ຈະຕ້ອງໄດ້ມີໜ້າທີ່ ແລະ ຄວາມຮັບ ຜິດຊອບ ອັນສູງສົ່ງຂອງຕົນໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຊິ່ງເປັນມູນເຊຶ້ອອັນແສນປະເສີດສວຍງາມນີ້ ໃຫ້ຈະເລີນງອກງາມຕະຫລອດໄປ ດັ່ງຄໍາກອນອັນລືຊື່ ຂອງປະທານ ໄກສອນ ພົມວິຫານ ໄດ້ຂຽນໄວ້ວ່າ:
“ຕາບໃດແມ່ນໍ້າຂອງບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ
ສາຍພູຫລວງແສນສູງ ບໍ່ຕຳລົງເປັນຄັງຫຍ້າ
ຮົງຮາວັງເວີນກວ້າງ ບໍ່ແປນດິນກະທ້າງໄຕ່
ສອງສາຍໃຈ ລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ”
ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຂໍຢຶນຍັນຢ່າງໜັກແໜ້ນວ່າ ຈະຮ່ວມກັບບັນດາ ສະຫາຍຫວຽດນາມ ໃນການປົກປັກຮັກສາຄວາມສາມັກຄີພິເສດ ນັ້ນເໝືອນດັ່ງແກ້ວຕາ ຂອງຕົນ ແລະ ຖືສິ່ງນີ້ເປັນເຫງົ້າພະລັງ ບໍ່ເຫືອດແຫ້ງບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຂອງສອງປະເທດຢ່າງໜັກແໜ້ນ.
ຂໍອວຍພອນໃຫ້ປະຊາຊົນອ້າຍນ້ອງຫວຽດນາມ ພາຍໃຕ້ການນໍາພາອັນຖືກຕ້ອງສະຫລາດສ່ອງໃສ່ຂອງພັກກອມມູນິດຫວຽດນາມ ຜູ້ມີກຽດສະຫງ່າ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່ ຫັນປະເທດເປັນປະເທດອຸດສະຫະກໍາ ຕາມທິດທັນສະໄໝ ປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໃຫ້ປາກົດຜົນເປັນຈິງ ບັນລຸເປົ້າໝາຍປະຊາຊົນຮັ່ງມີ ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາທິປະໄຕຍຸຕິທໍາ ແລະ ສີວີໄລ.
ຂໍອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດການລະນານ
ຂ້າພະເຈົ້າ ຂໍປະກາດປິດປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017 ຢ່າງເປັນທາງການ ຮ່ວມກັບສະຫາຍ ປະທານປະເທດ ເຈີນ ດ້າຍ ກ່ວາງ.
+ສະຫາຍ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

