ແຟນຣີລ ມາດຣິດ ກຽມທຳໃຈເມື່ອ ໂຣນັລໂດ ເຈັບອາດພາດຊ່ວຍທີມວັດຄົມ ບາເຊໂລນາ ເສົານີ້

ແຟນບານ ຣີລ ມາດຣິດ ໃຈຫາຍ ແລະ ຕ້ອງທຳໃຈເພື່ອໄວ້ກ່ອນ ຫລັງ ຄຣິສເຕຍໂນ ໂຣນັລໂດ ປີກຕົວເກັ່ງຂອງທີມ ອາດຈະພາດລົງສະໜາມໃນນັດທີ່ພົບກັບ ບາເຊໂລນາ ໃນວັນທີ 23 ທັນວານີ້.
ທັງນີ້ ຄວາມຫວັງຂອງ ໂຣນັລໂດ ທີ່ຢາກໃຫ້ ບາເຊໂລນາ ຕ້ອງຢືນຕ້ອນຮັບຕົນເອງໃນນັດ ເອລກລາຊິໂກ ວັນເສົານີ້ອາດບໍ່ສົມຫວັງ ແລະ ນັດນີ້ເປັນນັດສຳຄັນກັບ ຣີລ ມາດຣິດ ທີ່ສຸດ ເພາະປັດຈຸບັນພວກເຂົາມີຄະແນນຕາມຫລັງ ບາເຊໂລນາ ເຖິງ 11 ຄະແນນ ເຊິ່ງຖ້າຫາກພວກເຂົາເສຍອີກໃນນັດນີ້ກໍຈະສົ່ງມອບແຊ້ມໃຫ້ກັບຄູ່ແຂ່ງໄປເລີຍ.
ນອກນັ້ນ ຊີເນີດີນ ຊີດານ ຜູ້ຈັດການທີມຕ້ອງພົບກັບງານໜັກອີກ ເນື່ອງຈາກ ໂຣນັລໂດ ອີກຕົວເກັ່ງຂອງທີມພັດມາໄດ້ຮັບບາດເຈັບຢູ່ສົ້ນນ່ອງ ຈາກການແຂ່ງຂັນບານເຕະຊີງແຊ້ມສະໂມສອນໂລກ ໃນອາທິດຜ່ານມາ ຈົນບໍ່ໄດ້ລົງຊ້ອມກັບໝູ່ເພື່ອນຮ່ວມທີມ 2 ວັນຕິດຕໍ່ກັນ ເຊິ່ງຄາດກັນວ່າ ໂຣນັລໂດ ອາດຈະພາດລົງສະໜາມ. ເຖິງຢ່າງໃດກໍຕາມ, ຊີດານ ອາດຈະສົ່ງ ມາໂກ ອະເຊນຊິໂອ ລົງຫລິ້ນຮ່ວມກັບ ອິສໂກ ແລະ ຄາຣິມ ເບນເຊມາ ໂດຍມີ ແກເຣັດ ເບລ ເປັນຕົວແຄມເສັ້ນ.
ສຳລັບສະຖານະການໃນລາລີກາຕອນນີ້ ຣີລ ມາດຣິດ ຢູ່ອັນດັບ 4 ມີ 31 ຄະແນນ, ສ່ວນ ບາເຊໂລນາ ນຳໜ້າໝູ່ມີ 42 ຄະແນນ ແຕ່ແຂ່ງຫລາຍກວ່າ 1 ນັດ.

