ກະຊວງເຕັກໂນໂລຊີ ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ສະບັບສ້າງໃໝ່

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025 ນີ້ວ່າ: ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ປະກອບມີ 10 ພາກ, 11 ໝວດ ແລະ 79 ມາດຕາ ກົດໝາຍສະບັບນີ້, ມີຄວາມສຳຄັນໃນການສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຊ້ບໍລິການໃຫ້ໄດ້ຮັບຄວາມເປັນທຳ ແລະ ປອດໄພ, ພ້ອມທັງສ້າງພື້ນຖານທາງກົດໝາຍໃນການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງ ລະ ບົບປະຕິບັດການຄວາມປອດໄພໄຊເບີ ແຫ່ງຊາດ ແລະ ຍົກປະສິດຕິພາບກົນໄກ ປະສານງານໃນການຕອບໂຕ້ເຫດສຸກເສີນໄຊເບີ ທີ່ຮ້າຍແຮງ.

ນອກຈາກນີ້, ຍັງມີຄວາມຈຳເປັນໃນການກຳນົດມາດຕະການປ້ອງກັນ, ຕອບໂຕ້ເຫດ ການສຸກເສີນ ແລະ ກູ້ຄືນລະບົບໃນກໍລະນີເກີດໄພຄຸກຄາມໄຊເບີ, ສ້າງຂອບເຂດທາງກົດໝາຍ ສຳລັບການຂຶ້ນທະບຽນຄວາມປອດໄພໄຊເບີ ແລະ ການດໍາເນີນທຸລະກິດຄວາມປອດໄພໄຊເບີ, ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມປອດໄພໄຊເບີ, ພ້ອມທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານຄວາມປອດໄພໄຊເບີ. ການສ້າງກົດໝາຍສະບັບນີ້, ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພໄຊເບີມີປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພາຍຫລັງກົດໝາຍສະບັບນີ້, ໄດ້ຜ່ານການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ:

  • ຈະເປັນເຄື່ອງມືສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເບີຂອງປະເທດ
  • ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພໄຊເບີພາຍໃນປະເທດ, ການເຊື່ອມໂຍງພາກພື້ນ ແລະ ສາກົນດ້ານດີຈິຕອນ ໂດຍສະເພາະ ການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ, ພ້ອມທັງຮັບປະກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ.
  • ຈະສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂະແໜງ ການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍສະເພາະໃນດ້ານການບໍລິການຄວາມປອດໄພໄຊເບີ
  • ສ້າງກົນໄກໃນການຕອບໂຕ້ເຫດການສຸກເສີນໄຊເບີ ແລະ ການກູ້ຄືນລະບົບທີ່ມີປະສິດທິພາບ, ຜ່ານການຈັດຕັ້ງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະສິດຕິພາບໃນການຕອບໂຕ້ເຫດສຸກເສີນໄຊເບີ
  • ຈະຊ່ວຍເພີ່ມຄວາມພ້ອມໃນການຮັບມືກັບໄພຄຸກຄາມທາງໄຊເບີ.
  • ການເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປອດໄພໄຊເບີໃຫ້ແກ່ສັງຄົມ, ຜ່ານການຝຶກອົບຮົມ ແລະ ການສ້າງຄວາມຮັບຮູ້ທີ່ກຳນົດໄວ້ໃນກົດໝາຍ, ຈະຊ່ວຍສ້າງວັດທະນະທໍາດ້ານຄວາມປອດໄພໄຊເບີ ໄດ້ຢ່າງກວ້າງຂວາງ.

ທີ່ມາ: ຂ່າວສານປະເທດລາວ