ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ທ່ານ ປະລິນຍາ ພົມມະວິເສດ ຮັກສາການຫົວໜ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດິຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວ ວັນທີ 19 ມີຖຸນາ 2025 ນີ້ວ່າ: ການເກັບເງິນດັ່ງກ່າວ ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມແລະອິນເຕີເນັດຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາ ແລະ ປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມແລະອິນເຕີເນັດໃຫ້ມີຄວາມສະຫງົບແລະປອດໄພ.
ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກຳນົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3,000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ,ສໍາລັບການບໍລິການອິນເຕີເນັດຜ່ານສາຍ FTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5,000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ,
ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂຶ້ນພາຍຫລັງເກັບໄປແລ້ວເປັນຫຍັງຈຶ່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອໂທມາລົບກວນນັ້ນຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂຶ້ນເຊັ່ນດຽວກັນ.
ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສິນເຊື່ອໃຫ້ຢຸດຕີການໂທໄປລົບກວນຜູ້ຊົມໃຊ້,ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ,ສູນອີນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂຶ້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂຶ້ນທາງໂທລະຄົມໄດ້ຢ່າງທັນການ.
ສ່ວນອັດຕາຫົວໜ່ວຍລາຄາໂທລະຄົມມະນາຄົມ ແລະ ອິນເຕີເນັດທຽບໃສ່ສາກົນ ອີງຕາມຂໍ້ມູນຂອງເວັບໄຊເກັບກຳຂໍ້ມູນກ່ຽວກັບອັດຕາຄ່າບໍລິການໂທລະສັບມືຖື, ອິນເຕີເນັດຜ່ານລະບົບສາຍແລະໂທລະພາບໃນທົ່ວໂລກ (www.cable.co.uk), ຂໍ້ມູນໃນໄຕມາດ 3 ປີ 2023 ເຫັນວ່າລາວເຮົາຖືກຈັດເປັນປະເທດທີ່ມີອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານມືຖືທີ່ມີລາຄາຖືກເປັນອັນດັບ 2 ຂອງບັນດາປະເທດອາຊຽນແລະ ອັນດັບ 14 ຂອງໂລກ, ນອກຈາກນີ້ອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານລະບົບສາຍຫຼື FTTxຂອງລາວຍັງຈັດອັນດັບທີ 10 ຂອງອາຊຽນແລະອັນດັບທີ່ 47 ໃນທົ່ວໂລກ.
ສໍາລັບການສ້າງຕັ້ງກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈີຕອນ ເເມ່ນອີງໃສ່ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມໄດ້ຮັບການປັບປຸງໃນປີ 2021, ດໍາລັດ ເລກທີ 278 ວ່າດ້ວຍກອງທຶນພັດທະນາຄົມມະນາຄົມ ແລະ ຫັນເປັນດິຈີຕອນ ເເລະ ໃນພາກທີ 7 ມາດຕາ 39 ຂອງກົດຫມາຍຈຸດປະສົງ ເພື່ອສະສົມແລະລະດົມທຶນຈາກພາຍໃນແລະຕ່າງປະເທດນຳໃຊ້ເຂົ້າໃນການຫັນເປັນເສດຖະກິດດິຈີຕອນ, ການຂະຫຍາຍແລະພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫລີກ.
ການພັດທະນາຊັບພະຍາກອນມະນຸດ, ລະບົບຖານດິຈີຕອນ ຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີດິຈີຕອນແລະສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈີຕອນ ແລະ ມາດຕາ 40 ແຫລ່ງກອງທຶນ ໄດ້ມາຈາກ ການປະກອບສ່ວນຂອງງົບປະມານແຫ່ງລັດ, ການນໍາໃຊ້ລະບົບຖານດິຈີຕອນ ທີ່ກະຊວງເຕັກໂນໂລຊີແລະການສື່ສານໄດ້ສ້າງຫຼືຮ່ວມສ້າງຂຶ້ນ,ການປະກອບສ່ວນຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ການຊ່ວຍເຫຼືອແລະ ປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດ, ງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ການຫັກເອົາຈາກຄ່າປັບໃໝຕາມລະບຽບການ, ລາຍໄດ້ຈາກການເຄື່ອນໄຫວກິດຈະການໂທລະຄົມມະນາຄົມ, ຄ່ານຳໃຊ້ຊັບພະຍາກອນໂທລະຄົມ, ການເກັບຄ່າທໍານຽມ1% ຈາກບັນດາຫົວໜ່ວຍທີ່ດໍາເນີນທຸລະກິດໂທລະຄົມ, ໄປສະນີ ເເລະ ດິຈີຕອນ ແລະ ໄດ້ມາຈາກລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.
ສໍາລັບເເຫລ່ງທຶນທີ່ໄດ້ມາ ເເມ່ນ ນໍາໃຊ້ ໃນການສ້າງ, ພັດທະນາ ແລະ ບຳລຸງຮັກສາ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ທີ່ຈຳເປັນ ເພື່ອໃຫ້ໄປເຖິງ ເຂດຫ່າງໄກສອກຫລີກ, ເຂດຍຸດທະສາດ, ຮັບປະກັນຄວາມໝັ້ນຄົງຂອງຊາດແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງ, ພັດທະນາ ແລະ ບຳລຸງຮັກສາ ລະບົບຄຸ້ມຄອງເຕັກໂນໂລຊີ ແລະ ການສື່ສານ, ແອບພີເຄເຊິນ, ໂຄງລ່າງພື້ນຖານດິຈີຕອນ ແລະ ລະບົບຖານດິຈີຕອນໃຫ້ມີຄວາມປອດໄພ, ມີຄຸນນະພາບ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ; ນຳໃຊ້ເຂົ້າໃນການ ສ້າງ, ພັດທະນາ, ບຳລຸງຮັກສາ ແລະ ຄຸ້ມຄອງລະບົບໂທລະຄົມມະນາຄົມ ແລະອິນເຕີເນັດເພື່ອຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການຕົກລົງເຫັນດີຂອງລັດຖະບານ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ, ສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ທີ່ຈຳເປັນເຂົ້້າໃນການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈີຕອນເພື່ອຮອງຮັບໃນການສ້າງ ລັດຖະບານດິຈີຕອນ, ເສດຖະກິດດິຈີຕອນແລະ ສັງຄົມດິຈີຕອນ; ພັດທະນາບຸກຄະລາກອນ ທາງດ້ານໂທລະຄົມມະນາຄົມ ແລະ ດິຈີຕອນໃຫ້ໄດ້ຄຸນນະພາບສູງ ເເລະອື່ນໆ.

