ຫລັງປີໃໝ່ສີລັງກາຈະຫ້າມຂໍທານ ເຂົ້າໃນເຂດນະຄອນຫລວງ

ສື່ທ້ອງຖິ່ນໃນສີລັງກາລາຍງານວ່າ: ລັດຖະບານສີລັງກາປະກາດວ່າ ນັບແຕ່ວັນທີ 1 ມັງກອນເປັນຕົ້ນໄປ ທາງການຈະຫ້າມບໍ່ໃຫ້ມີການຂໍທານຕາມຖະໜົນ ຫລື ໃນລະບົບຂົນສົ່ງສາທາລະນະໃນນະຄອນຫລວງໂກລຳໂບ.
ລັດຖະມົນຕີກະຊວງການພັດທະນານະຄອນຫລວງ ແລະ ພື້ນທີ່ໂດຍຮອບຂອງສີລັງກາ ກ່າວວ່າ: ຈາກການສຳຫລວດໂດຍຮ່ວມມືກັບຫລາຍໜ່ວຍງານພົບວ່າ ໃນນະຄອນຫລວງໂກລົມໂບມີຂໍທານປະມານ 600 ຄົນ. ດັ່ງນັ້ນ ເພື່ອຄວາມເປັນລະບຽບ ແລະ ງົດງາມຂອງນະຄອນຫລວງ ຈຶ່ງຕັດສິນໃຈຈະຫ້າມບໍ່ໃຫ້ມີການຂໍທານທັງໃນ ແລະ ອ້ອມນະຄອນຫລວງໂກລົມໂບນັບແຕ່ວັນທີ 1 ມັງກອນເປັນຕົ້ນໄປ ແລະ ຈະສົ່ງຂໍທານເຫລົ່ານັ້ນໄປສູນຟື້ນຟູທາງຕອນໃຕ້ຂອງສີລັງກາ. ນອກຈາກນີ້ ບັນດາຂໍທານເດັກຈະຖືກສົ່ງເຂົ້າໂຮງຮຽນ ແລະ ຂໍທານທີ່ເຈັບປ່ວຍຈະໄດ້ຮັບການເບິ່ງແຍງຮັກສາ.
