ກົດໝາຍຊົນລະປະທານ ຈະຮັບປະກັນຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນໍ້າຫຼາຍຂຶ້ນ

ວັນທີ 20 ມິຖຸນາ 2025 ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ 6 ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍຊົນລະປະທານ ຄື:
- ການກຳນົດນິຍາມຊົນລະປະທານ ຍັງບໍ່ກວມຮອດການຄຸ້ມຄອງບໍລິຫານ-ຈັດການນ້ຳຊົນລະປະທານ ເຊິ່ງເປັນວຽກສຳຄັນ ແລະ ຈຳເປັນໃນສະພາບປັດຈຸບັນ
- ກິດຈະການຊົນລະປະທານ ຍັງບໍ່ທັນກໍານົດການຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ເຊິ່ງຖືເປັນໜຶ່ງໃນກິດຈະກໍາທີ່ສໍາຄັນຂອງວຽກງານຊົນລະປະທານ
- ການກຳນົດໃຫ້ທຸກກິດຈະການ ແລະ ຂະໜາດຊົນລະປະທານ ຕ້ອງຜ່ານສະພາວິທະຍາສາດກົມຊົນລະປະທານ ແມ່ນບໍ່ສອດຄ່ອງກັບທິດນໍາໃນວຽກງານ 3 ສ້າງ ເນື່ອງຈາກຂັ້ນແຂວງບໍ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເທົ່າທີ່ຄວນ
- ກອງທຶນພັດທະນາຊົນລະປະທານ ເປັນກອງທຶນທີ່ກວ້າງຂວາງ, ແຕ່ຕົວຈິງເປັນພຽງກອງທຶນຂອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານເທົ່ານັ້ນ (ບໍ່ແມ່ນກອງທຶນລັດ)
- ຍັງມີບັນດາພາກ, ໝວດ ແລະ ມາດຕາ ທີ່ບໍ່ຈຳເປັນ ເພາະໄດ້ກຳນົດໄວ້ໃນກົດໝາຍກ່ຽວຂ້ອງແລ້ວ ແລະ ຕັດອອກ ເຊັ່ນ: ມາດຕາທີ່ກຳນົດກ່ຽວກັບການແກ້ໄຂຂໍ້ຂັດແຍ້ງ, ມາດຕາກ່ຽວກັບມາດຕະການຕໍ່ຜູ້ລະເມີດ ທັງນີ້ ກໍເພື່ອໃຫ້ສອດຄ່ອງກັບເຕັກນິກການສ້າງນິຕິກຳໃນປັດຈຸບັນ
- ກົດໝາຍສະບັບປັດຈຸບັນ ຍັງບໍ່ໄດ້ກຳນົດບັນດາຫຼັກການທີ່ສຳຄັນ ແລະ ຈໍາເປັນດ້ານເຕັກນິກ ແລະ ວຽກງານພັດທະນາຊົນລະປະທານ ເປັນຕົ້ນການຄວບຄຸມກວດກາຄຸນນະພາບການກໍ່ສ້າງ, ຄວາມປອດໄພຂອງເຂື່ອນ, ອ່າງເກັບນໍ້າຊົນລະປະທານ, ລະບົບຂໍ້ມູນຂ່າວສານ ລວມທັງກອງທຶນ, ເຄື່ອງແບບ, ເຄື່ອງໝາຍຊົນລະປະ ທານ ທັງນີ້ ກໍເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ.
ທ່ານ ລິນຄຳ ດວງສະຫວັນ ກ່າວຕື່ມວ່າ: ເມື່ອກົດໝາຍສະບັບປັບປຸງນີ້ ຖືກຮອງຮັບ ແລະ ປະກາດໃຊ້:
- ຈະມີຄວາມສອດຄ່ອງກັບກົດໝາຍ, ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ແລະ ສະພາບຕົວຈິງຂອງປະເທດ ທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີຂຶ້ນ
- ຂະແໜງກະສິກຳ ແລະ ປ່າໄມ້ ຈະມີບ່ອນອີງດ້ານນິຕິກຳທີ່ເປັນລະບົບໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ພັດທະນາຊົນລະປະທານ ຕາມການແບ່ງຂັ້ນຄຸ້ມຄອງກິດຈະການຊົນລະປະທານ ແຕ່ສູນກາງລົງຮອດທ້ອງຖິ່ນ
- ຮັບປະກັນຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນໍ້າຊົນລະປະທານ ຫຼາຍຂຶ້ນກວ່າເກົ່າ
- ມີລະບົບຂໍ້ມູນຂ່າວສານຊົນລະປະທານທີ່ທັນສະໄໝ, ສາມາດສະໜອງ ແລະ ແລກປ່ຽນເຂົ້າໃນວຽກງານຊົນລະປະທານຢ່າງເປັນລະບົບ
- ມີກອງທຶນຊົນລະປະທານທີ່ເປັນຂອງລັດ ແລະ ມີເຄື່ອງແບບ-ເຄື່ອງໝາຍຊົນລະປະທານ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ
- ເຮັດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນ ແລະ ກ້າລົງທຶນເຂົ້າໃນຂົງເຂດກະສິກຳຫຼາຍຂຶ້ນ.

