6 ຜົນກະທົບຈາກການນອນບໍ່ຫລັບ

  1. ເພີ່ມຄວາມຢາກອາຫານທີ່ບໍ່ມີປະໂຫຍດ : ເພາະການນອນບໍ່ຫລັບມີຜົນກະທົບຕໍ່ສະໝອງໃນພາກສ່ວນທີ່ເຊື່ອມໂຍງອາຫານທີ່ຮ່າງກາຍຕ້ອງການ ເຮັດໃຫ້ເຮົາຟັງສຽງຈາກຮ່າງກາຍບໍ່ໄດ້ ເຮັດໃຫ້ກິນຕາມໃຈປາກ. ນອກຈາກນີ້ ຍັງສົ່ງຜົນກະທົບຕໍ່ສະໝອງພາກສ່ວນອະມິກດາລາ ເຊິ່ງເປັນໂຕຄວບຄຸມຄວາມຢາກອາຫານ ເຮັດໃຫ້ເຮົາຢາກກິນອັນນັ້ນກິນອັນນີ້ຢູ່ຕະຫລອດເວລາ.
  2. ທຳລາຍຄວາມຈື່ຈຳ : ທີມນັກວິໄຈຈາກມະຫາວິທະຍາໄລກາລິຟໍເນຍ ເບີກລີ ລາຍງານໄວ້ໃນວາລະສານ Nature Neuroscience ວ່າ : ຫາກນອນບໍ່ຫລັບຄວາມຈື່ຈຳຈະຕິດຢູ່ໃນສະໝອງພາກສ່ວນຮິບໂປແຄມປັສ ເຊິ່ງຊ່ວຍຈັດລະບຽບໃຫ້ຄວາມຈື່ ຈຳ. ສະນັ້ນ ຫາກບໍ່ແກ້ໄຂຕໍ່ໄປກໍຈະກາຍເປັນຄົນຫລົງໆລືມໆກ່ອນໄວອັນຄວນ.
  3. ທຳລາຍສຸຂະພາບຜິວ : ຫາກນອນບໍ່ຫລັບ ຮ່າງກາຍຈະຫລັ່ງຮໍໂມນຄໍຕິໂຊນເພີ່ມຂຶ້ນ ເຊິ່ງເປັນໂຕທຳລາຍຄໍລາເຈັນ. ການ ສຶກສາໜຶ່ງທີ່ຕີພິມໃນ Journal of Investigative Dermatology ກ່າວວ່າ : ການນອນບໍ່ຫລັບເປັນສາເຫດສຳຄັນເຮັດໃຫ້ສຸຂະພາບຜິວບໍ່ດີ ແລະ ເບິ່ງເຖົ້າກ່ວາອາຍຸ.
  4. ສະມັດຕະພາບທາງເພດເສື່ອມ : ວາລະສານ Journal of Clinical Endocrinology & Metabolism ລາຍງານວ່າ : ຜູ້ຊາຍ 50% ທີ່ມີອາການນອນຫລັບ ຈະມີຄວາມຕ້ອງການທາງເພດຫລຸດລົງ.
  5. ເຮັດໃຫ້ເປັນພະຍາດຫົວໃຈ : ເພາະການນອນຫລັບມື້ລະ 5 – 8 ຊົ່ວໂມງຈະຊ່ວຍຮັກສາຄວາມດຸ່ນດ່ຽງຂອງຮໍໂມນ ແລະ ສານເຄມີຕ່າງໆໃນຮ່າງກາຍ ເຊິ່ງຫລາຍຮໍໂມນມີຜົນຕໍ່ການເຮັດວຽກຂອງຫົວໃຈ. ສະນັ້ນ, ຫາກເກີດການເຮັດວຽກຜິດປົກກະຕິຂຶ້ນມາ ສຸຂະພາບຫົວໃຈຈະອ່ອນແອໄປນຳ.
  6. ສ່ຽງຕາຍໄວ : ນອກຈາກພະຍາດຫົວໃຈທີ່ອາດຂ້າຊີວິດໄດ້ແລ້ວ ຈາກການສຶກສາທີ່ຕີພິມໃນວາລະສານ Sleep ພົບວ່າຜູ້ທີ່ນອນໜ້ອຍກ່ວາຄືນລະ 6 ຊົ່ວໂມງເປັນປະຈຳ ຈະມີອາຍຸສັ້ນລົງ 14 ປີ.
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ