ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ.
ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຊຶ່ງອະນຸມັດໃຫ້ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ, ແລະ ຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງກົມການເມືອງ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານງານພັກ, ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່).
ທີ່ມາ: ໜັງສືພິມສຶກສາ

