ນະຄອນໄກສອນພົມວິຫານ ມອບເຄື່ອງຊ່ວຍເຫຼືອໃຫ້ເມືອງສອງຄອນ ທີ່ປະສົບໄພນ້ຳຖ້ວມ

ຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 16 ມິຖຸນາ2025 ຜ່ານມາ ຢູ່ຈຸດຮັບເຄື່ອງຫ້ອງວ່າການ ເມືອງສອງຄອນແຂວງສະ ຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ ຮັກສາການເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ເມືອງສອງຄອນ ແຈກຈ່າຍໃຫ້ຜູ້ປະສົບໄພນໍ້າຖ້ວມ.

ເຄື່ອງທີ່ນຳມາມອບປະ ມີ: ໝີ່ສໍາເລັດຮູບ 24 ແກັດນ້ອຍ, ນ້ຳດື່ມ 150 ແພັກ ແລະ ປາກະປ໋ອງ 24 ແພັກ, ລວມມູນຄ່າ ເກືອບ 9 ລ້ານກີບ ແລະເງິນສົດຈໍານວນ 5 ລ້ານ ກີບ ຕາງໜ້າຮັບໂດຍ ທ່ານ ລິນທອງ ບຸນທະມາ ລີເລ ຂາຄະນະບໍລິຫານງານພັກ ເມືອງສອງຄອນ ເພື່ອຈະໄດ້ນຳ ໄປແຈກຢາຍໃຫ້ກັບປະຊາຊົນ ທີ່ປະສົບໄພນ້ຳຖ້ວມພາຍໃນເມືອງ.