ສະເໜີຮ່າງກົດໝາຍ ວ່າດ້ວຍສາມັນສຶກສາ

ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຂຶ້ນລາຍງານກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ 2025 ທີ່ຫໍສະພາແຫ່ງຊາດ, ໂດຍພາຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງແນໃສ່ເຮັດໃຫ້ມີເນື້ອໃນຂອງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ, ຖືກຕ້ອງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຄວາມແທດເໝາະກັບສະພາບຄວາມເປັນຈິງ.

ທ່ານ ປອ ສຳລານ ພັນຄະວົງ ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍວ່າດ້ວຍສາມັນສຶກສາ ສະບັບສ້າງໃໝ່ ປະກອບດ້ວຍ 14 ພາກ, 15 ໝວດ ແລະ 102 ມາດຕາ ທີ່ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ເພື່ອຫຼຸດຜ່ອນອັດຕາການປະລະຂອງຜູ້ຮຽນ ແລະ ເພີ່ມຄວາມຮັບຜິດຊອບຂອງພໍ່ ແມ່ ຫຼື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໃນການສົ່ງເສີມລູກຫຼານ ໃນເກນອາຍຸໃຫ້ເຂົ້າຮຽນ ໂດຍສະເພາະແມ່ນການສຶກສາພາກບັງຄັບ; ຊຸກຍູ້ ແລະ ສົ່ງເສີມການລົງທຶນ ທັງພາກລັດ ແລະ ເອກະຊົນ ເຂົ້າໃສ່ວຽກງານສາມັນສຶກສາໃຫ້ຫຼາຍຂຶ້ນ. ພ້ອມດຽວກັນນີ້ເພື່ອເຮັດໃຫ້ການຄຸ້ມຄອງ, ບໍລິຫານວຽກງານການສຶກສາມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ທັງຮັບປະກັນຄຸນນະພາບພາກການສຶກສາສອດຄ່ອງກັບສະພາບປ່ຽນແປງໃນໄລຍະໃໝ່.

ທັງນີ້, ຖ້າກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃຫ້ຂະແໜງການສຶກສາ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກໍາຕ່າງໆ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສາມັນສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາສາມັນສຶກສາທີ່ມີຄຸນນະພາບທຽບເທົ່າກັບພາກພື້ນ ແລະ ສາກົນ, ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານສາມັນສຶກສາ ທັງຊຸກຍູ້ ແລະ ສົ່ງເສີມ ການລົງທຶນໃສ່ວຽກງານສາມັນສຶກສາໃຫ້ຫຼາຍຂຶ້ນ, ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທຸກຄົນໃນ ສປປ ລາວ ເພື່ອປະກອບສ່ວນດ້ານທຶນຮອນ, ແຮງງານ ແລະ ວັດຖຸອຸປະກອນເຂົ້າໃນວຽກງານສາມັນສຶກສາຢ່າງຕັ້ງໜ້າ.