ນະຄອນຫລວງວຽງຈັນປະກາດປັບປຸງ ຄະນະບໍລິຫານສະຫະພັນ ລອຍນ້ຳ ຊຸດໃໝ່ ໂດຍແຕ່ງຕັ້ງ ທ່ານ ພູວັນ ພູເລືອງຫົງ ເປັນຮອງປະທານ

ວັນທີ 16 ມິຖຸນາ 2025 ນີ້ ນະຄອນຫລວງວຽງຈັນ ປະກາດແຕ່ງຕັ້ງຄະນະບໍລິຫານງານ ສະຫະພັນກິລາລອຍນ້ຳ ນະຄອນຫລວງວຽງຈັນ ຊຸດໃໝ່ 2025 ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ໂພຄຳ ໄຊຍະສອນ ກຳມະການປະຈຳພັກ, ຫົວໜ້າຫ້ອງວ່າການ ນະຄອນຫລວງວຽງຈັນ, ທ່ານ ຊິນນະກອນ ພົມມະສິດ ປະທານສະຫະພັນກິລາລອຍນໍ້າ ນວ, ທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນກິລາລອຍນ້ຳ, ມີຄະນະ, ຄູຝຶກພ້ອມນັກກິລາເຂົ້າຮ່ວມ.

ທ່ານ ສົມເດັດ ວົງພູທອນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ 550/ຈນວ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານກິລາລອຍນ້ຳ ນະຄອນຫລວງວຽງຈັນ ຊຸດໃໝ່ ມີຊື່ດັ່ງນີ້:

1. ທ່ານ ຊິນນະກອນ ພົມມະສິດ ປະທານ ບໍລິສັດ ພັນຊະນະ ຈຳກັດ ເປັນປະທານ

2. ທ່ານ ພູວັນ ພູເລືອງຫົງ ຜູ້ອຳນວຍການ ໂຮງງານ ວີເຄເຄ (VKK) ອຸດສາຫະກຳ ສາຂາດອນແດງ ເປັນຮອງປະທານ

3. ທ່ານ ທະນູສິດ ພູທອນສີ ຮອງຜູ້ອຳນວຍການ ບໍລິສັດ ເຄເອສເອສ ບໍລິການຮັກສາຄວາມປອດໄພ ຈຳກັດ KSS Security service.,Ltd. ເປັນຮອງປະທານ

4. ທ່ານ ເພັດພິມ ຈຳປາສິດ ທີ່ປືກສາອິດສະລະ ດ້ານການພັດທະນາຜູ້ປະກອບການ ເປັນເລຂາທິການສະຫະພັນ

5. ທ່ານ ບຸນຖະໜອມ ວົງພະຈັນ ຫົວໜ້າຂະແໜງຝຶກອົບຮົມສະຖາບັນ ກິລາ-ກາຍະກຳ ເປັນຄະນະ

6. ທ່ານ ໄຂແກ້ວ ອິນທະວົງ ຄູຝຶກກິລາລອຍນ້ຳ ເປັນຄະນະ

7. ທ່ານ ນາງ ນິດ ບຸນສະຫວ່າງ ເລຂາສະມາຄົມນັກທຸລະກິດໜຸ່ມ ນວ ເປັນຄະນະ

ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ນະຄອນຫລວງວຽງຈັນ ໄດ້ເນັ້ນເນັ້ນໃຫ້ຄະນະບໍລິຫານງານຊຸດໃໝ່ ເອົາໃຈໃສ່ປະຕິບັດໜ້າທີ່ ຄັດເລືອກ, ຝຶກຊ້ອມ ທົດສອບ, ນັກກິລາລອຍນຳ ນະຄອນຫລວງວຽງຈັນ, ເຂົ້າຮ່ວມການແຂ່ງຂັນກິລາພາຍໃນ ແລະ ຕ່າງປະເທດ ຈັດຝຶກອົມຮົມ, ກິດຈະກຳ ແລະ ພັດທະນາບຸກຄະລະກອນ ໃຫ້ມີຄຸນນະພາບ ປຸກລະດົມ ຊອກຫາແຫຼ່ງທຶນເພື່ອການເຄື່ອນໄຫວ ວຽກງານດັ່ງກ່າວ ແລະນຳມາພັດທະນາໃຫ້ນັກກິລາໃຫ້ດີຂຶ້ນໄປເລື້ອຍງ.

ທ່ານ ຊິນນະກອນ ພົມມະສິດ ປະທານ ບໍລິສັດ ພັນຊະນະ ຈຳກັດ ປະທານສະຫະພັນກິລາລອຍນໍ້າ ນະຄອນຫລວງວຽງຈັນ ໃຫ້ຄຳສັນຍາວ່າຈະປະຕິບັດຕາມໜ້າທີ່ທີ່ໄດ້ມອບໝາຍໃຫ້ ພ້ອມຈະພັດທະນາວົງການກິລາລອຍນ້ຳໃຫ້ມີຄຸນນະພາບ ພ້ອມສຸມໃສ່ກິລາແຫ່ງຊາດ 2025 ທີ່ນຄອນຫລວງເປັນເຈົ້າພາບ ທີ່ຈະມາເຖິງ ແລະ ກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບອີກດ້ວຍ.

#ໜັງສືພິມລາວພັດທະນາ#ກິລາລອຍນໍ້າ#ນະຄອນຫລວງວຽງຈັນ