ສືບຕໍ່ປັບປຸງວຽກງານການທ່ອງທ່ຽວເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າທ່ຽວລາວໃນຕໍ່ໜ້າໃຫ້ດີຂື້ນ

ໂດຍ: ຜາຕຸງ 18.06.25

ໃນບົດລາຍງານການຈັດຕັ້ປະຕິບັດວຽກງານທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ:“ ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ເເລະປະຫວັດສາດ ” ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທີ່ສະເໜີໂດຍ ທ່ານ ນາງ ສວນສະຫວັນ ວີຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວຍົກໃຫ້ເຫັນວ່າ: ຜ່ານມາການຈັດຕັ້ງ ປະຕິບັດວຽກງານ ທ່ອງທ່ຽວ ເຖິງແມ່ນຈະເຮັດໄດ້ດີມີນັກທ່ອງທ່ຽວທັງພາຍໃນແລະສາກົນເຂົ້າທ່ຽວລາວຫຼາຍ ຂື້ນ ນຳລາຍຮັບເຂົ້າປະເທດເປັນຈຳນວນຫຼາຍກໍ່ຕາມ ແຕ່ມັນຍັງມີຫຼາຍດ້ານກາຍ ເປັນຈຸດອ່ອນ ຫຼື ຮ້ອງວ່າປະກົດການຫຍໍ້ທໍ້ທີ່ແກ້ໄຂບໍ່ທັນໄດ້ດີເທົ່າທີ່ຄວນ,

ເປັນຕົ້ນ:ລະບົບການເກັບກໍາສະຖິຕິຍັງບໍ່ທັນສະໄໝ, ກົນໄກການປະສານກັບແຕ່ລະພາກສ່ວນທົ່ວ ປະເທດຍັງຊ້າ ໂດຍສະເພາະຢູ່ທ້ອງຖິ່ນຈໍານວນໜຶ່ງ ຈຶ່ງເຮັດໃຫ້ການສັງລວມເກັບກໍາສະຖິຕິປະຕິໄດ້ເປັນແຕ່ລະໄຕມາດ, ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະ ດວກເພື່ອຮອງຮັບນັກທ່ອງທ່ຽວ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມ ຕ້ອງການຂອງນັກທ່ອງທ່ຽວເຊັ່ນ: ບາງຄັ້ງຢູ່ສະໜາມບິນສາກົນ ແລະ ດ່ານສາກົນບາງແຫ່ງຍັງມີຄວາມແອອັດ, ຖະໜົນຫົນທາງ, ຈຸດແວ່ພັກເຊົາຕາມເສັ້ນທາງຫວງ ແລະ ເສັ້ນທາງເຂັ້າເຖິງສະຖານທີ່ທ່ອງທ່ຽວສໍາຄັນຫຼາຍແຫ໋ງ ຍັ້ງບໍ່ສະດວກ, ພາຫະນະຂົ້ນສົ່ງ ໂດຍສານລະຫວ່າງແຂວງຕໍ່ແຂວງຈໍານວນໜຶ່ງຍັງບໍ່ໄດ້ມາດຕະຖານ, ຮ້ານອາຫານ ແລະ ການບໍລີການອື່ນໆ ທີ່ສາມາດຮອງຮັບນັກທ່ອງທ່ຽວທີ່ມາເປັນກຸ່ມໃຫຍ່ ມີຈໍານວນຈໍາກັດ.

ນອກນັ້ນ ເສັ້ນທາງເຊື່ອມຕໍ່ ຫຼື ສາຍການບິນໂດຍກົງເຊື່ອມຕໍ່ກັບຕະຫາດເປົ້າໝາຍຈາກທາງໄກຍັງມີໜ້ອຍ; ຈໍານວນນັກທ່ອງທ່ຽວທີ່ເພີ່ມຂື້ນຢ່າງໄວວາ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສະພາບແວດລ້ອມ, ບາງຕົວເມືອງ ທ່ອງທ່ຽວເກີດມີຄວາມແອອັດ ແລະ ບໍ່ສາມາດຈັດການດ້ານສິ່ງແວດລ້ອມໄດ້ຢ່າງທັນການ; ຍັງບໍ່ທັນມີມາດຕະການ ຫຼື ແບບແຜນຫຼຸດຜ່ອນ ຫຼື ຈໍາກັດສິ່ງເສດເຫຼືອລ່ວງໜ້າ, ຍັງພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍເປັນຈໍານວນຫຼາຍ; ການປະສານສົມທົບລະຫວ່າງສູນກາງ,ທ້ອງຖິ່ນ,ຂະແໜງ ການ ລະຫວ່າງພາກລັດ ແລະ ພາກທຸລະກິດຍັງບໍ່ທັນຄ່ອງຕົວ; ການແກ້ໄຂບັນຫາ ແລະ ປະ ກົດການຫຍໍ້ທໍ້ທີ່ເກີດຂຶ້ນຍັງບໍ່ທັນເວລາ, ບາງຫົວໜ່ວຍທຸລະກິດບໍ່ປະຕິບັດຕາມລະບຽບຍັງພົບເຫັນບັນຫາການລະເມີດເປີດເພງສຽງດັງເກນຂອບເຂດ, ສົ່ງຜົນກະທັບຕໍ່ຊຸມຊົນ ແລະ ນັກທ່ອງທ່ຽວບາງກຸ່ມ; ເວົ້າເຖິງ ລາຄາອາຫານ, ການຂົນສົ່ງ ແລະ ລາຍການທ່ອງທ່ຽວຢູ່ ສປປ ລາວ ສູງກວ່າປະເທດໃກ້ຄຽງ, ພະນັກ ງານນໍາທ່ຽວບາງພາສາຍັງບໍ່ທັນພຽງພໍ ແລະ ຄຸນນະພາບທາງດ້ານວີຊາສະເພາະ ຍັງບໍ່ທັນໄດ້ມາດຕະ ຖານເທົ່າທີ່ຄວນ ເປັນສາເຫດໃຫ້ເກີດມີພະນັກງານນໍາທ່ຽວຄົນຕ່າງປະເທດ ສວຍໂອກາດມາເຄື່ອນໄຫວເປັນຜູ້ນໍາທ່ຽວເອງ; ບັນຫາການຂຸດຄົ້ນແຮ່ ແລະ ປ່ອຍນ້ຳເປື້ອນລົງສູ່ສາຍນ້ຳາ ເປັນຕົ້ນ ຢູ່ນ້ໍາຊອງ, ເມືອງວັງວຽງ, ແຂວງວຽງຈັນ ແມ່ນຍັງບໍ່ທັນສາມາດແກ້ໄຂບັນຫາໄດ້ຢ່າງຂາດຕົວ ແລະ ອື່ນໆອີກຫຼາຍຢ່າງ

ທັງໝົດນີ້ ເປັນວຽກງານທີ່ທາງພາກສ່ວນກ່ຽວຂ້ອງມີມາດຕະການຈັດຕັ້ງປະຕິບັດ ໂດຍການສືບຕໍ່ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທຽວ ສະບັບປັບປຸງປີ 2024 ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ເລິກເຊິ່ງ ແລະ ກວ້າງຂວ້າງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຜ່ານຊ່ອງທາງຕ່າງໆ ໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ກໍຕ້ອງມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ຖ້າມີກໍລະນີລະເມີດລະບຽບກົດໝາຍ ຕ້ອງມີມາດຕະການແກ້ໄຂໃຫ້ຂາດຕົວ; ເລັ່ງສ້າງແຜນການສື່ສານ, ການປະສານງານ ແລະ ວິທີການຮັບມືກັບວິກິດການຕ່າງໆ ທີ່ອາດເກີດຂື້ນໃນຂະແໜງການທ່ອງທ່ຽວ ເພື່ອຮັບປະກັນໃຫ້ໄດ້ຮັບການແກ້ໄຂ ແລະ ໂຕ້ຕອບຢ່າງທ່ວງທັນ ແລະອື່ນໆທີ່ກ່ຽວຂ້ອງ ໃຫ້ໄດ້ຮັບຜົນດີຂື້ນ,
ສະເໜີໃຫ້ພາກສ່ວນກ່ຽວຂ້ອງສົມທົບກັບກະຊວງ ຖວທ ເພື່ອສືບຕໍ່ຄົ້ນຄ້ວານະໂຍບາຍການທ່ອງທ່ຽວໃຫ້ແກ່ກຸ່ມ ເປົ້າໜາຍນັກທ່ອງທ່ຽວ; ການຄຸ້ມຄອງການທ່ອງທ່ຽວແມ່ນຕິດພັນກັບຫຼາຍຂະແໜງການ ແລະ ພາກສ່ວນ, ດັ່ງນັ້ນ ສະເໜີໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໃນການສົມທົບເຮັດວຽກຮ່ວມກັນຢ່າງໃກຊິດ ເພື່ອສາມາດແກ້ໄຂບັນຫາຕ່າງໆ ໄດ້ຢ່າງວ່ອງໄວ ແລະ ທັນການ.%.

ຮູບພາບຈາກ: pexels