ກະຊວງຖະແຫລ່ງຂ່າວຈັດກິດຈະກຳຫລາຍຢ່າງ ເພື່ອຮັກສາມູນເຊື້ອວັດທະນະທຳຂອງລາວ

ເຊົ້າວັນທີ 20 ທັນວານີ້, ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວໄດ້ຈັດ ກິດຈະກຳເວທີສົນທະນາມູນ ເຊື້ອ ສິລະປະວັດທະນະທຳລາວ ແລະ ການປະກວດລາຍການສະແດງ ໃໝ່ຂອງຊາວໜຸ່ມກະຊວງຂຶ້ນ ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ, ໂດຍ ການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງດັ່ງກ່າວ, ມີບັນດາພາກ ສ່ວນກ່ຽວຂ້ອງ ແລະ ມວນຊົນ ເຂົ້າຮ່ວມ, ເພື່ອເປັນການຮັກສາມູນ ເຊື້ອວັດທະນະທຳ, ປະ ເພນີອັນດີງາມຂອງຄົນລາວໃຫ້ ສາມາດ ສົ່ງຕໍ່ ແລະ ສືບທອດໄປ ຈົນຊົ່ວລູກຫລານຕໍ່ໄປ.

+ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມຄົບ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 5 ສະ​ໄໝ​ທີ X

+ ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2

ໃນງານໄດ້ມີກິດ ຈະກຳ ຮ້ອງເພງ, ຖາມ-ຕອບກ່ຽວກັບ ສິລະປະວັດທະນະທຳລາວ ເພື່ອ ແຂ່ງຂັນກັນຮັບເອົາຂອງລາງ ວັນຕ່າງໆລວມໄປເຖິງການ ຮຽນຮູ້ກ່ຽວ ກັບການບໍລິຈາກ ເລືອດ ແລະ ຮັບບໍລິຈາກເລືອດ, ພ້ອມທັງຮັບຊົມການສະແດງ ເປົ່າແຄນ ໃນບົດເພງຕ່າງໆ ເພື່ອສ້າງຄວາມມ່ວນຊື່ນໃຫ້ ກັບຜູ້ເຂົ້າຮ່ວມງານ, ນອກນີ້ ຍັງໄດ້ມີການ ຈັດເວທີສົນທະ ນາດ້ານສິລະປະວັດທະນະ ທຳລາວ, ໂດຍແບ່ງອອກເປັນ 3 ໄລຍະຄື: ສະໄໝດຶກດຳບັນ, ສະໄໝຕໍ່ສູ້ກູ້ຊາດ ແລະ ສະ ໄໝຫລັງປົດປ່ອຍ ເຖິງປັດຈຸ ບັນ. ໃນຂະນະດຽວກັນຍັງໄດ້ ເປີດໃຫ້ຜູ້ເຂົ້າຮ່ວມສະແດງ ຄວາມຄິດເຫັນໃນຫົວຂໍ້ ຕ່າງໆ, ເພື່ອເປັນການແລກ ປ່ຽນຄວາມຮູ້ ແລະ ປະສົບ ການເຊິ່ງກັນ ແລະ ກັນອີກ ດ້ວຍ.