ລັດຖະບານ ຈັດສັນເພີ່ມງົບປະມານຫຼາຍກວ່າ 215 ຕື້ກີບ ໃສ່ວຽກບູລິມະສິດຕ່າງໆ ໃນຂະແໜງການສຶກສາ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ເມື່ອວັນທີ 11 ມິຖຸນາ 2025 ວ່າ: ເພື່ອໃຫ້ບັນລຸບັນດາຄາດຫມາຍແຜນວຽກຈຸດສຸມໃນປີສຸດທ້າຍ ຂອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ຂອງຂະແຫນງສຶກສາ, ລັດຖະບານ ໄດ້ຈັດສັນເພີ່ມງົບປະມານ 215.30 ຕື້ກີບ ເຂົ້າໃນວຽກບູລິມະສິດຕ່າງໆ ດັ່ງນີ້:

  1. ເພີ່ມອັດຕາກິນອາຫານທ່ຽງໃຫ້ນັກຮຽນປະຖົມຢູ່ເຂດຫ່າງໄກສອກຫຼີກ ຈາກ 1,000 ກີບ ມາເປັນ 5,000 ກີບ/ຄົນ/ມື້ ຈໍານວນ 106.26 ຕື້ກີບ ເພື່ອເສີມສ້າງໃຫ້ນັກຮຽນ ໄດ້ຮັບໂພຊະນາການທີ່ດີ ແລະ ການພັດທະນາການຈະເລີນໄວຕາມເກນອາຍຸແຕ່ລະໄລຍະ;
  2. ເພີ່ມເບ້ຍລ້ຽງນັກຮຽນສາມັນ 91.54 ຕື້ກີບ, ເປັນຕົ້ນ ນັກຮຽນອາຊິວະ ຈາກ 200,000 ກີບ ມາເປັນ 300,000 ກີບ, ນັກຮຽນພອນສະຫວັນ ຈາກ 250,000 ກີບ ມາເປັນ 300,000 ກີບ, ແລະ ນັກຮຽນສ້າງຄູ ຈາກ 200,000 ກີບ ມາເປັນ 700,000 ກີບ ເພື່ອຫຼຸດຜ່ອນ ການປະລະການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ສຶກສາຮໍ່າຮຽນໃຫ້ມີວິຊາຊີບຕາມເປົ້າຫມາຍ ແຜນຍຸດທະສາດຂອງຂະແຫນງສຶກສາ;
  3. ເພີ່ມງົບປະມານຈັດພີມປື້ມຫຼັກສູດການຮຽນ 5 ຕື້ກີບ ເພື່ອທົດແທນປື້ມທີ່ ເສຍຫາຍ ຈາກໄພນໍ້າຖ້ວມ 2 ແຂວງພາກເຫນືອ;
  4. ເພີ່ມເບ້ຍລ້ຽງໃຫ້ນັກສຶກສາ ສສ ຫວຽດນາມ ທີ່ມາຮຽນຢູ່ ສປປ ລາວ 4.55 ຕື້ກີບ ເພື່ອໃຫ້ເທົ່າທຽມກັບເບ້ຍລ້ຽງນັກຮຽນ ລາວ ທີ່ຮຽນຢູ່ ສສ ຫວຽດນາມ;
  5. ເພີ່ມງົບປະມານຊ່ວຍໜູນສຶກສາ 148 ເມືອງໃນຂອບເຂດທົ່ວປະເທດ 8 ຕື້ກີບ ເພື່ອຕິດຕາມ, ຊຸກຍູ້ການຮຽນ-ການສອນ ຂອງຄູ ແລະ ກອງປະຊຸມຄູພັກສີ້ນປີຮຽນປະຈໍາປີ.