ໂອນ 5 ພາກສ່ວນສື່ມວນຊົນ ຂອງກະຊວງ ຖວທ ໄປຂຶ້ນກັບ ໂຄສະນາອົບຮົມສູນກາງພັກ

ວັນທີ 16 ມິຖຸນາ 2025 ຜ່ານມານີ້ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະນຳບັນດາກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ລັດຖະກອນ ຂົງເຂດຖະແຫລງຂ່າວ ເຂົ້າຮ່ວມ.

ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັກຕັ້ງພະນັກງານ ກະຊວງ ຖວທ ໄດ້ເຜີຍແຜ່ແຈ້ງການກ່ຽວກັບ ການໂອນວຽກສື່ມວນຊົນ (ວຽກຖະແຫລງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນໄປຂຶ້ນກັບ ຄະ ນະໂຄສະນາອົບຮົມສູນກາງພັກ ໂດຍມີເນື້ອວ່າ: ກອງປະຊຸມຄະນະເລຂາທິການສູນກາງພັກ ໄດ້ຮັບຮອງການຍົກ ຍ້າຍບຸກຄະລາກອນ ແລະ ການໂອນວຽກສື່ມວນຊົນ ຈຳນວນ

ໂອນ 1 ກົມ ແລະ 4 ທຽບເທົ່າ ຂອງກະຊວງ ຖວທ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໜັງສືພິມພາສາຕ່າງປະເທດ.

ນອກນີ້ ຄະນະພັກ-ຄະນະນໍາຂອງກະຊວງ ຖວທ ໄດ້ຄົ້ນຄວ້າພິຈາລະນາຕົກລົງອະນຸມັດໃຫ້ ພະນັກງານ ພັກການ-ຮັບອຸດໜູນບຳນານ 4 ທ່ານມີ:
1. ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖວທ

2. ທ່ານ ນາງ ມະນີພັນ ຫລວງສີສົງຄາມ ຮອງຫົວໜ້າກົມ ເຜນການ ແລະ ການຮ່ວມມືສາກົນ

3. ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ

4. ທ່ານ ພູປະສົງ ພຸດທະວົງ ຮອງຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ເຖິງວຽກຖະແຫລງຂ່າວ ຖືກໂອນໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ກໍຕາມ ຮຽກຮ້ອງໃຫ້ 5 ພາກສ່ວນສື່ມວນຊົນ ຈົ່ງສືບຕໍ່ມູນເຊື້ອ, ສືບຕໍ່ເສີມຂະຫຍາຍຜົນງານທີ່ຍາດມາໄດ້ໃນໄລຍຜ່ານມາ, ອັນສຳຄັນແມ່ນຄວາມເຕົ້າໂຮມຄວາມສາມັກຄີ, ຄວາມເປັນເອກະພາບ, ເຮັດພາລະບົດບາດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ມີຄວາມຮັບຜິດຊອບການເມືອງທີ່ພັກ, ລັດຖະບານ, ປະຊາຊົນມອບໝາຍໃຫ້ໄດ້ຮັບຜົນສຳເລັດ. ນອກຈາກນີ້, ຍັງໄດ້ສະແດງຊົມເຊີຍຕໍ່ກັບບັນດາທ່ານ ທີ່ໄດ້ຮັບນະໂຍບາຍ ພັກ ຜ່ອນ-ຮັບອຸດໜູນບຳນານ ທີ່ເຮັດສຳເລັດໜ້າທີ່ອັນມີກຽດ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂອງຕົນມອບໝາຍໃຫ້ ຈົນສາມາດຍາດໄດ້ຜົນງານອັນໃຫຍ່ຫລວງ ອັນໄດ້ເປັນການປະກອບສ່ວນໃຫ້ຜົນສຳເລັດ ລວມຂອງກະຊວງ ຖວທ ຕະຫລອດມາ.