ມິຕິໃໝ່ພາສາລາວຈະຖືກບັນຈຸເຂົ້າຮຽນໃນຊັ້ນມັດທະຍົມຕອນປາຍຂອງປະເທດຫວຽດນາມ

ໂດຍ: ທິດກໍ່າ
ນັບວ່າເປັນມິຕິໃໝ່ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນເປັນນິມິດໝາຍທີ່ໜ້າຊົມຊື່ນຍິນດີທີ່ພັກ ແລະ ລັດຖະບານຫວຽດນາມ ກໍຄືກະຊວງສຶກສາທິການປະເທດຫວຽດນາມຈະນໍາເອົາຫລັກສູດພາສາລາວເຂົ້າຮຽນໃນຊັ້ນມັດທະຍົມຕອນປາຍ ເຊິ່ງເປັນ 1 ໃນ 8 ໝວດພາສາຕ່າງປະເທດທີ່ຈະເປີດສອນໃນໂຮງຮຽນຊັ້ນມັດທະຍົມຕອນປາຍຂອງປະເທດຫວຽດນາມ ລວມມີພາສີອັງກິດ, ຣັດເຊຍ, ຝຣັ່ງ, ຈີນ, ເຢຍລະມັນ, ຍີ່ປຸ່ນ, ເກົາຫລີ ແລະ ພາສາລາວ. ຂໍ້ມູນນີ້ແມ່ນໄດ້ມາຈາກແຫລ່ງຂ່າວ Vnexpress ຂອງປະເທດຫວຽດນາມ ໃນວັນທີ 2 ມິຖຸນາ 2025 ໂດຍແມ່ນທ່ານ ຫງວຽນກີມເຊິນ ລັດຖະມົນຕີກະຊວງສຶກສາທິການປະເທດຫວຽດນາມ ໄດ້ກ່າວໃນໂອກາດຕ້ອນຮັບທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາປະເທດຫວຽດນາມ. ໃນການກໍານົດເອົາພາສາລາວເຂົ້າໃນຫລັກສູດການຮຽນ-ການສອນຂອງປະເທດຫວຽດນາມກໍເພື່ອເປັນການສ້າງສາຍພົວພັນມິດຕະພາບທີ່ມີມູນເຊື້ອແບບພິເສດດ້ານການສຶກສາ ເຊິ່ງແມ່ນເນື້ອໃນສໍາຄັນຂອງການຮ່ວມມືທັງສອງຝ່າຍ “ທ່ານ ຫງວຽນກີມເຊິນ ກ່າວ”. ສ່ວນທາງເບື້ອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາ ກໍພ້ອມໃຫ້ການສະໜັບສະໜູນ ໂດຍສະເພາະແມ່ນຕໍາລາແບບຮຽນ ແລະ ສ້າງຝຶກອົບຮົມຄູ-ອາຈານ ພ້ອມຈັດຕັ້ງປະຕິບັດ ລວມເອົາເນື້ອໃນປະຫວັດສາດກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດເຂົ້າໃນການຮຽນ-ການສອນຢູ່ຕາມໂຮງຮຽນ ແລະ ຈະສົ່ງເສີມສອນພາສາຫວຽດນາມຢູ່ລະດັບມັດທະຍົມປາຍຢູ່ ສປປ ລາວ ເຊັ່ນກັນ “ທ່ານນາງ ຄໍາເພົາ ເອີນທະວັນ ກ່າວຍິນດີຕອບຮັບ”.
ຕໍ່ມິຕິໃໝ່ຂອງຫລັກສູດພາສາລາວທີ່ຈະນໍາເຂົ້າໃນການຮຽນ-ການສອນໃນລະດັບຊັ້ນມົດທະຍົມຕອນປາຍຢູ່ທີ່ປະເທດຫວຽດນາມໃນຄັ້ງນີ້ຍິ່ງສະແດງໃຫ້ພວກເຮົາເຫັນວ່າ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ຈະນັບມື້ໃກ້ຊິດສະໜິດແໜ້ນ ເຊິ່ງຍາມໃດກໍພະຍາຍາມເຮັດທຸກສິ່ງທຸກຢ່າງເພື່ອຮັກສາມູນເຊື້ອແຫ່ງຄວາມສາມັກຄີທີ່ມີນາຢ່າງຍາວນານນັບແຕ່ອະດີດຈົນມາຮອດປັດຈຸບັນ.
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ລາວ-ຫວຽດນາມ ແມ່ນສອງປະເທດທີ່ມີມູນເຊື້ອປະຫວັດສາດໃນອະດີດ ບໍ່ເຄີຍຮຸກຮານກັນ, ບໍ່ເຄີຍເອົາລັດເອົາປຽບກັນ, ແຕ່ກົງກັນຂ້າມ ມີແຕ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດັ່ງຕົວຢ່າງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງຊັດເຈນກໍຄືໃນຍຸກເຈົ້າອານຸວົງກະສັດວຽງຈັນ ເຮັດການປະຕິວັດຕໍ່ສູ້ປົດປ່ອຍຊາດອອກຈາກການເປັນຫົວເມືອງຂຶ້ນຂອງສະຫຍາມ ຫວຽດນາມເຄີຍສະໜັບສະໜູນ ແລະ ປົກປ້ອງເຈົ້າອານຸວົງເພື່ອບໍ່ໃຫ້ສະຫຍາມໄດ້ຈັບໂຕ ໂດຍເອົາໄປລີ້ໄພການເມືອງຢູ່ປະເທດອານາມໃນສະໄໝນັ້ນ. ຕໍ່ມາໃນຍຸກຕໍ່ສູ້ກັບຈັກກະພັດຝຣັ່ງ ແລະ ອາເມລິກາ ກໍຍິ່ງຮັກແພງພົວພັນກັນຢ່າງສະໜິດແໜ້ນເໝືອນດັ່ງອ້າຍນ້ອງຮ່ວມອຸທອນດຽວກັນ, ພ້ອມກັນຕໍ່ສູ້ກັບສັດຕູຕົວດຽວ, ຢູ່ຂຸມຄອງອັນດຽວກັນ ເຂົ້າເມັດຫັກຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ ແລະ ສິ່ງທີ່ຍອດຍິ່ງກໍຄື ຮ່ວມອຸດົມການແຫ່ງການຕໍ່ສູ້ພ້ອມກັນໄລ່ສັດຕູຕ່າງຊາດທີ່ເຂົ້າມາຮຸກຮານ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານ ໂຮ່ຈີມິງ ເປັນຜູ້ນໍາພາ. ພໍຕົກມາໃນຍຸກປັດຈຸບັນ ລາວ-ຫວຽດນາມ ຍັງຄົງຮັກສາຄວາມສາມັກຄີແບບພິເສດແບບບໍ່ມີໃຜຄື ແລະ ຍິ່ງຮ່ວມມືກັນຢ່າງຮອບດ້ານ. ໃນອະນາຄົດກໍເຊື່ອແນ່ວ່າ ຖ້າສອງປະເທດນໍາເອົາຫລັກສູດພາສາລາວ ແລະ ພາສາຫວຽດນາມເຂົ້າໃນການຮຽນ-ການສອນຂອງແຕ່ລະປະເທດ ກໍຍິ່ງຈະເຮັດໃຫ້ຄົນລາວ, ຄົນຫວຽດນາມສື່ສານກັນສະດວກສະບາຍ ປະຊາຊົນສອງຊາດກໍຍິ່ງຈະມີຄວາມສາມັກຄີຮັກແພງກັນຢ່າງແໜ້ນໜຽວເໝືອນດັ່ງບ່ຽງເຜິ້ງ, ແໜ້ນແກ່ນເໝືອນດັ່ງຫີນສິລາແຜ່ນລ້ານ.

