ສສຊ ສະເໜີລັດຖະບານ ສືບຕໍ່ປັບປຸງລະບົບ-ກົນໄກການທ່ອງທ່ຽວ ໃຫ້ຮັດກຸມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025 ນີ້, ທ່ານ ແກ້ວລັດຕະນະ ສີລາວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ 15 ແຂວງຈຳປາສັກ ປະກອບຄວາມຄິດເຫັນຕໍ່ ບົດລາຍງານກ່ຽວກັບການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງລັດຖະ ບານ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ ກະຊວງ ຖວທ ຍາດໄດ້ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ 2024 ມີອັນພົ້ນເດັ່ນຫລາຍດ້ານ ໂດຍສະເພາະ ການປະຕິບັດກິດຈະກໍາ ໃນລະດັບຊາດ ແລະ ລະດັບແຂວງ ທັງກິດຈະກໍາອື່ນໆ ທີ່ຈັດຂຶ້ນຢູ່ຕ່າງປະເທດ ເປັນການ ໂຄສະນາສົ່ງເສີມການທ່ອງທ່ຽວລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ການທ່ອງທ່ຽວ ໃນໄລຍະດັ່ງກ່າວນີ້ ມີບັນຍາຟົດຟື້ນດີຂຶ້ນ, ພ້ອມທັງ ສະເໜີໃຫ້ກະຊວງ ຖວທ ສືບຕໍ່ປັບປຸງລະບົບການເກັບກຳຂໍ້ມູນຕົວເລກນັກທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ ຢູ່ຕາມດ່ານສາກົນທາງບົກ, ທາງນໍ້າ ແລະ ທາງອາກາດ ໃຫ້ຄົບຖ້ວນຂຶ້ນຕື່ມ ເນື່ອງຈາກວ່າຈະເປັນການຕິດພັນກັບການຈັດເກັບພັນທະເຂົ້າສູ່ກອງທຶນທ່ອງທ່ຽວ ຄົບຕາມຈຳນວນຂອງນັກທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ ເຊິ່ງເປັນເສັ້ນທາງໜຶ່ງທີ່ຈະມີງົບປະມານສົມທົບ ເຂົ້າໃນການພັດທະນາພື້ນຖານການທ່ອງທ່ຽວ.
ສະເໜີໃຫ້ລັດຖະບານ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ຖືສຳຄັນຕໍ່ການປັບປຸງລະບົບການຂົນສົ່ງ ໂດຍສະເພາະ ແມ່ນການຂົນສົ່ງທາງລົດເມ ທີ່ຮັບໃຊ້ໃນການທ່ອງທ່ຽວ ແລະ ຮັບໃຊ້ສາທາລະນະ ມີສະພາບເກົ່າ, ຊຸດໂຊມຫລາຍ ພາໃຫ້ເກີດບັນຫາເປ່ເພ່ກາງທາງ ແລະ ເກີີດອຸບັດເຫດ ກາຍເປັນບັນຫາຍໍ້ທໍ້ໃນການທ່ອງທ່ຽວ. ສະເໜີໃຫ້ລັດຖະບານ ຄົ້ນຄວ້ານະໂຍບາຍ ສົ່ງເສີມກ່ຽວກັບການນຳເຂົ້າລົດ ເພື່ອໃຫ້ຜູ້ປະກອບການມີພາຫະນະທີ່ມີຄຸນນະພາບ ຮັບໃຊ້ນັກທ່ອງທ່ຽວ. ນອກຈາກນີ້, ສະຖານີການຂົນສົ່ງ ຫລື ຈຸດພັກລົດຄວນປັບປຸງ ໃຫ້ມີສະພາບແວດລ້ອມດີຂຶ້ນ ສິ່ງສຳຄັນຜູ້ຂັບລົດ ຕ້ອງວາງມາດຕະມາດ ຫລື ລະບຽບການແນວໃດ ເພື່ອຮັບປະກັນການບໍລິການ ໃຫ້ມີຄວາມປອດໄພ,
ພ້ອມນີ້, ກໍໃຫ້ສຸມໃສ່ໂຄສະນາຢ່າງຕໍ່ເນື່ອງ ໂດຍສະເພາະ ແຫລ່ງທ່ຽວທ່ອງທີ່ເປັນຍຸດທະສາດ ໃຫ້ມີຄວາມຫລາກຫລາຍ ແລະ ກວ້າງຂວາງ ແນໃສ່ດຶງດູດການທ່ອງທ່ຽວ ພາຍໃນ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ, ຈັບຈ່າຍໃຊ້ສອຍເພີ່ມຂຶ້ນ ແລະ ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ. ພາຍຫລັງທີ່ລັດຖະບານ ຍົກເວັ້ນວີຊາ ໃຫ້ແກ່ບັນດາປະເທດອ້ອມຂ້າງ ເຫັນວ່ານັກທ່ອງທ່ຽວ ໄດ້ຫລັງໄຫລເຂົ້າມາເປັນຈຳນວນຫລາຍ ສະເໜີໃຫ້ລັດຖະບານ ຄົ້ນຄວ້າສືບຕໍ່ນຳສະເໜີບາງປະເທດທີ່ເຫັນວ່າ ຄວນຈະຍົກເວັ້ນຕື່ມອີກ, ນອກນີ້ ຍັງສະເໜີໃຫ້ປັບປຸງສ້ອມແປງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວ ໃຫ້ສະດວກສະບາຍ ແນໃສ່ດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວຫລາຍຂຶ້ນ.

