5 ປັດໄຈ ສົ່ງຜົນໃຫ້ລາຄາຊີ້ນໝູເພີ່ມຂຶ້ນ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງ ກ່ຽວກັບການເພີ່ມຂຶ້ນຂອງລາຄາສິນຄ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍຂອງວັນທີ 10 ມິຖຸນາ 2025 ຜ່ານມານີ້ວ່າ:
ລາຄາສິນຄ້າໂດຍລວມເພີ່ມຂຶ້ນເລັກໜ້ອຍ ໃນນັ້ນ ສິນຄ້າຄວບຄຸມຕາມບັນຊີ (ກ) ມີບາງລາຍການເພີ່ມຂຶ້ນເຊັ່ນ ເຂົ້າເປືອກ ເຂົ້າສານຈ້າວ ຊີ້ນໝູ ໄກ່ພັນປອກ ແລະ ປານິນຖ້າທຽບໃສ່ 1 ເດືອນຜ່ານມາເພີ່ມຂຶ້ນ 0,1%-2,4% ແລະ ຖ້າ ທຽບໃສ່ເດືອນດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,8%-13,4% ສາເຫດທີ່ລາຄາສິນຄ້າເພີ່ມຂຶ້ນໂດຍລວມລາຄາສິນຄ້າເພີ່ມຂຶ້ນຍ້ອນຫຼາຍປັດໄຈຂຶ້ນກັບແຕ່ລະປະເພດສິນຄ້າ ແຕ່ໂດຍພື້ນຖານພົວພັນກັບຕົ້ນທຶນການຜະລິດ ການຈໍລະຈອນສິນຄ້າ ຄວາມສ່ຽງໃນຕະຫຼາດ ກຳໄລຜູ້ປະກອບການ ແລະ ການປ່ຽນບາງ ນະໂຍບາຍ ຫຼື ລະບຽບການທີ່ກ່ຽວຂ້ອງຖືກຖ່າຍທອດຜ່ານລາຄາສິນ ຄ້າໄປຍັງຜູ້ຊື້ ຫຼື ຜູ້ຊົມໃຊ້ສຸດທ້າຍເພື່ອອະທິບາຍແຈ້ງຂຶ້ນຕື່ມ ເຊັ່ນ ລາຄາຊີ້ນໝູຢູ່ນະຄອນຫຼວງວຽງຈັນໃນເດືອນເມສາ 2025 ອົງການຄຸ້ມຄອງລາຄາຂັ້ນນະຄອນຫຼວງໄດ້ເຫັນດີໃຫ້ຂຶ້ນລາຄາຊີ້ນໝູເພາະຕົ້ນທຶນການຜະລິດໝູ ເພີ່ມຂຶ້ນຕາມການສຶກສາວິເຄາະ ເເລະ ເກັບກຳຂໍ້ມູນຂອງພະເເນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນພົບວ່າ
ລາຄາໝູນ້ອຍເພີ່ມຂຶ້ນ 6,85%
ແຮງງານ ເພີ່ມຂຶ້ນ 51,29%
ວັກຊີນເພີ່ມຂຶ້ນ 48%
ຄ່າໄຟຟ້າເພີ່ມຂຶ້ນ 48,78%
ມາດຕະການປ້ອງກັນພະຍາດລະບາດເພີ່ມຂຶ້ນ 150%
ເພື່ອບໍ່ໃຫ້ການສະໜອງຊີ້ນໝູຂາດຕະຫຼາດ ແລະ ຜູ້ເຮັດການຜະລິດຢຸດເຊົາການຜະລິດຈຶ່ງຈໍາເປັນຕ້ອງຂຶ້ນລາຄາຊີ້ນໝູໃນນະຄອນຫຼວງວຽງຈັນ.
ຢ່າງໃດກໍຕາມ ຂະແໜງອຸດສາຫະກຳ ແລະ ການຄ້າກໍຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມທີ່ໄດ້ລາຍງານ ແລະ ເຮັດຜ່ານມາພ້ອມທັງສົມທົບກັບພາກສ່ວນກ່ຽວ ຂ້ອງລົງເລິກຄົ້ນຄວ້າ ແລະ ຮ່ວມກັນແກ້ໄຂແຕ່ລະຂອດຂອງຕ່ອງໂສ້ການຜະລິດ ແລະ ການສະໜອງໂດຍສະເພາະສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນໃນ 3 ຂອດ ຄື:
1) ຂອດຕົ້ນນໍ້າ (ການເພີ່ມຜົນຜະລິດ ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ) ແມ່ນຈະສົ່ງເສີມການຜະລິດ ແລະ ສະໜອງວັດຖຸດິບແນວພັນແຮງ ງານ ແຫຼ່ງທຶນ (ກອງທຶນຜະລິດສິນຄ້າລາວ) ຄ່າໄຟຟ້າ ການນໍາໃຊ້ເຄື່ອງມື ເຕັກນິກການຜະລິດ, ການຂົນສົ່ງ ແລະ ອື່ນໆ.
2) ຂອດກາງນໍ້າ (ການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ) ແມ່ນຈະມີການຄົ້ນຄວ້າວາງແຜນ ແລະ ສົ່ງເສີມການຮວບຮວມຜົນຜະລິດເພື່ອສະໜອງໃຫ້ການປຸງແຕ່ງ ການສ້າງຄວາມເຂັ້ມແຂງໃຫ້ ຈນກ ແລະ ຜູ້ປະກອບການຜ່ານການເຝິກອົບຮົມໃນບົດບາດທີ່ຜູ້ຜະລິດຕ້ອງການເຊັ່ນ ການນໍາໃຊ້ເຕັກໂນໂລຊີການຜະລິດ ການຄວບຄຸມຄຸນນະພາບການປຸງແຕ່ງ ສະໜອງແຫຼ່ງທຶນ (ກອງທຶນ ຈນກ ແລະ ທະນາຄານທຸລະກິດ) ເພື່ອສົ່ງເສີມການຜະລິດ ແລະ ອື່ນໆ.
3) ຂອດປາຍນໍ້າ (ການພັດທະນາຕະຫຼາດ) ແມ່ນຈະສົ່ງເສີມການຂາຍ-ການເຂົ້າເຖິງຕະຫຼາດດ້ວຍນະໂຍບາຍຕ່າງໆເຊັ່ນ ນະໂຍ ບາຍສົ່ງ ເສີມສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ ເຊິ່ງລັດຖະບານຫາກໍຮັບຮອງຍົກລະດັບຂໍ້ຕົກລົງເປັນດໍາລັດໃນເດືອນຜ່ານມາ ເຈລະ ຈາເອົາສິນຄ້າທີ່ມີຄຸນນະພາບໄປວາງຂາຍຢູ່ຮ້ານຄ້າທັນສະໄໝ (ກ໊ອກໆມາກ ມິນິບິກຊີ ຈິບຟີ້ ປຕທ ເຊເວັນອີເລເວັນ ແລະ ອື່ນໆ ຜ່ານມາ ອຄ ກໍໄດ້ເຈລະຈາກັບບັນດາຮ້ານດັ່ງກ່າວເຊິ່ງໄດ້ຮັບການຮ່ວມມືທີ່ດີ ແລະ ສືບຕໍ່ເສີມຂະຫຍາຍ ຈັດຕະຫຼາດນັດສິນຄ້າລາຄາຖືກຢູ່ສູນກາງ ແລະ ທ້ອງຖິ່ນ ສ້າງຄວາມຮັບຮູ້ ແລະ ສົ່ງເສີມການຂາຍສິນຄ້າຜ່ານທາງເອເລັກໂຕຼນິກເພື່ອຫຼຸດຂອດພໍ່ຄ້າຄົນກາງ.

