ທິດທາງ ເເລະ ມາດຕະການເເກ້ໄຂບັນຫາ ເເລະ ພັດທະນາຂະເເໜງພະລັງານໃນຕໍ່ໜ້າ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊອງອຸດສາຫະກໍາ ແລະ ການຄ້າ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບທິດທາງ ເເລະ ມາດຕະການເເກ້ໄຂບັນຫາ ເເລະ ພັດທະນາຂະເເໜງພະລັງານໃນຕໍ່ໜ້າ ໃນວັນທີ 12 ມິຖຸນາ 2025 ນີ້ວ່າ: ເພື່ອເເກ້ໄຂຂໍ້ຄົງຄ້າງ ທີ່ຜ່ານມາ ເເລະ ພັດທະນາຂະເເໜງພະລັງງານໃຫ້ເຂັ້ມເເຂງ, ຍືນຍົງ ເເລະ ໃຫ້ປະເທດຊາດ-ປະຊາຊົນໄດ້ຮັບຜົນປະເທດຫຼາຍຂຶັ້ນ, ກະຊວງອຸດສາຫະກໍາ ເເລະ ການຄ້າ ຈະປະຕິບັດທີດທາງ ເເລະ ມາດຕະການ ດັ່ງນີ້:

  1. ຄົ້ນຄວ້າ ເເລະ ເຈລະຈາສັນຍາກັບຜູ້ພັດທະນາ ທີ່ປະເທດເຮົາເສຍປຽບຫຼາຍ ໃນໄລຍະຜ່ານມາ ໂດຍສະເພາະ
  • ສະເໜີປັບໂຄງສ້າງໜີ້, ຍອດໄລຍະຊໍາລະໜີ້ ເເລະ ຫຼຸດດອກເບ້ຍ
  • ສະເໜີປັບປຸງສັນຍາ ເພື່ອໃຫ້ລັດຖະບານສາມາດເເບ່ງບັນລາຍໄດ້ຈາກການຂາຍໄຟຟ້າເພີ່ມຂຶ້ນ.
  1. ໃຫ້ບູລິມະສິດເເກ່ການສະໜອງພະລັງງານ ເພື່ອການຊົມໃຊ້ ເເລະ ພັດທະນາອຸດສາຫະກໍາ ພາຍໃນປະເທດ
  • ເພີ່ມສັດສ່ວນການສະຫງວນພະລັງງານ ໃນໂຄງການສ້າງໃໝ່ ໃຫ້ໄດ້ 20-30% ໃນລາຄາຫຼຸດການສົ່ງອອກ ເພື່ອກະຕຸ້ນການລົງທຶນພັດທະນາອຸດສາຫະກໍາ
  • ສ້າງນິຄົມອຸດສາຫະກໍາ ບໍ່ໄກໂຮງງານຜະລິດໄຟຟ້າ ເພື່ອຫຼຸດຜ່ອນຕົ້ນທຶນການສ້າງສາຍສົ່ງ
  • ຈໍາກັດການສົ່ງອອກວັດຖຸດິບເພື່ອສົ່ງເສີມການພັດທະນາອຸດສາຫະກໍາປຸງເເຕ່ງເເຮ່ທາດ ເເລະກະສິກໍາ.
  1. ພັດທະນາພະລັງງານທາງເລືອກ ເພື່ອຫຼຸດຜ່ອນການເພີ່ງພາພະລັງງານນໍ້າຫຼາຍເກີນໄປ
  • ສົ່ງເສີມການພັດທະນາພະລັງງານເເສງຕາເວັນ ເເລະ ພະລັງງານລົມໃຫ້ຫຼາຍຂຶ້ນ ໂດຍນໍາໃຊ້ພື້ນທີ່ເປົ່າຫວ່າງ ທີ່ມີທ່າເເຮງດ້ານເເດດ ເເລະ ລົມ ເຊັ່ນ: ເຂດໜ້າອ່າງເກັບນໍ້າ, ເຂດພູເຂົາ- ມີລົມ
  • ສ້າງນະໂຍບາຍພິເສດສົ່ງເສີມການລົງທຶນ ເເລະ ພັດທະນາລະບົບເກັບໄຟຈາກໄຟຟ້າເເສງ ຕາເວັນ ເເລະ ລົມ
  • ສົ່ງເສີມການພັດທະນາພະລັງງານຊີວະພາບຈາກພຶດຕ່າງໆເຊັ່ນ: ນໍ້າມັນຈາກປາມ, ໝາກເຍົາ,ໝາກ ນໍ້າມັນ, ອ້ອຍ ເເລະ ສິ່ງເສດເຫຼືອຈາກພືດ ເເລະ ສັດ
  • ຮ່ວມ ກັບຕ່າງປະເທດ ເພື່ອພັດທະນາພະລັງງານໄຮໂດຼເຈັນ ເເລະ ນິວເຄຼຍ.
  1. ດຶງດູດ ເເລະ ຄັດເລືອກນັກລົງທຶນທີ່ດີ ເພື່ອຮ່ວມກັບລັດຖະບານພັດທະນາໂຄງການ ພະລັງງານ
  • ສົ່ງເສີມການຮ່ວມລົງທຶນໂຄງການພັດທະນາພະລັງງານ ໂດຍລັດວິສາຫະກິດ ຫຼື ເອກະຊົນພາຍໃນຖືຮຸ້ນ ຢ່າງໜ້ອຍ 30%
  • ສ້າງນະໂຍບາຍພິເສດ ເພື່ອສົ່ງເສີມການລົງທຶນຜະລິດພະລັງງານສະໜອງໃຫ້ອຸດສາຫະກໍາ ພາຍໃນໂດຍສະເພາະອຸດສາຫະກໍາປຸງເເຕ່ງ ເເບບເປັນລະບົບຕ່ອງໂສ້ການຜະລິດ.
  1. ອໍານວຍຄວາມສະດວກ, ຊຸກຍູ້ ເເລະ ຊ່ວຍເຫຼືອ ເພື່ອ ເລັ່ງພັດທະນາໂຄງການພະລັງງານ ທີ່ໄດ້ສຶກສາ ຫຼື ສໍາປະທານເເລ້ວ.
  • ຫຼຸດຜ່ອນຂັ້ນຕອນ, ຄວາມຫຍຸ້ງຍາກ ເເລະ ສ້າງເງື່ອນໄຂທີ່ອໍານວຍໃຫ້ບັນດາໂຄງການ ທີ່ລັດຖະ ບານໄດ້ອະນຸມັດໃຫ້ດໍາເນີນໄປຕາມເເຜນການ ຫຼື ໄວຂຶ້ນ
  • ປຶກສາຫາລື ເພື່ອຊ່ວຍເຫລືອໃຫ້ບັນດາໂຄງການທີ່ມີທ່າເເຮງສາມາດເຂົ້າເຖິງເເຫຼ່ງທຶນຈາກ ພາຍໃນ ຫຼື ຕ່າງປະເທດ ເພື່ອພັດທະນາພະລັງງານສະໜອງພາຍໃນ.
  1. ປະຕິຮູບລະບົບການເງິນ ເເລະ ການບໍລິຫານ
  • ສ້າງລະບົບທັນສະໄໝ ເພື່ອຕິດຕາມ ເເລະ ຄວບຄຸມການເກັບລາຍຮັບ ຈາກການຂາຍ ພະລັງງານໃນຕະຫຼາດພາຍໃນ ເເລະ ສົ່ງອອກ;
  • ເປີດເຜີຍສັນຍາ ໂຄງການລົງທຶນດ້ານພະລັງານໄຟຟ້າ ໃຫ້ໜ່ວຍງານ ທີ່ເຮັດບົດບາດ ຕິດຕາມ, ກວດກາ ສັນຍາໂຄງການທີ່ລັດຖະບານ ເເລະ ສະພາເເຫ່ງຊາດຕົກລົງເຫັນດີເປັນເອກະພາບ
  • ເພີ່ມທະວີ ເເລະ ເພີ່ມຄວາມເຂັັ້ມງວດ ໃນການປະຕິບັດວຽກງານກວດສອບ ເເລະ ກວດກາໃນຂົງເຂດໂຄງການຜະລິດ ເເລະ ຈໍາໜ່າຍພະລັງງານ.
  1. ປະຕິຮູບລັດວິສາຫະກິດໄຟຟ້າລາວ ເເລະ ບໍລິສັດລູກ ໃຫ້ມີຄວາມຄືບໜ້າໄວຂຶ້ນ ຜ່ານມາລັດຖະບານໄດ້ເເຕ່ງຕັັ້ງຄະນະປະຕິຮູບລັດວິສາຫະກິດ ເພື່ອຄົ້ນຄວ້າ ເເລະ ຊີ້ນໍາການປະຕິຮູບດັ່ງກ່າວເເລ້ວ, ກະຊວງອຸດສາຫະກໍາ ເເລະ ການຄ້າ ຈະເລັ່ງດໍາເນີນການຕາມເເຜນ ປະຕິຮູບ ທີ່ລັດຖະບານໄດ້ຮັບຮອງ ເປັນຕັ້ນ:
  • ເເຜນປັບປຸງພາຍໃນ ໂດຍສະເພາະການຫຼຸດລາຍຈ່າຍ, ຫຼຸດການສູນເສຍພະລັງງານ, ຫຼຸດພະນັກງານ, ປັບປຸງລະບົບບັນຊີ-ການເງິນ, ເເກ້ໄຂບັນຫາຄວາມໂປ່ງໃສ
  • ປັບໂຄງສ້າງໜີ້ ໂດຍເຈລະຈາກັບເຈົ້າໜີ້, ຕັດສິນໃຈເເກ້ໜີ້ບໍ່ເກີດດອກອອກຜົນ ເເລະ ເເຍກຊັບສິນດີ ເເລະ ບໍ່ດີ
  • ປັບປຸງໂຄງສ້າງລາຄາພາກຊື້ ໂດຍເຈລະຈາລາຄາຊື້ໄຟຟ້າໃຫ້ຕໍ່າລົງຕື່ມ
  • ປັບປຸງໂຄງສ້າງລາຄາພາກຂາຍ ໂດຍຄ່ອຍຂຶ້ນລາຄາໄຟຟ້າ ເພື່ອໃຫ້ສ່ອງເເສງເຖິງຕົ້ນທຶນ ຕົວຈິງ
  • ເລັ່ງຈັດຕັ້ງປະຕິບັດໂຄງການລົງທຶນທີ່ມີປະສິດທິຜົນສູງ ທາງດ້ານເສດຖະກິດ ເພື່ອສ້າງເເຫຼ່ງລາຍຮັບໃໝ່ໃຫ້ເເກ່ບໍລິສັດ ເເລະ ອື່ນໆ.