ເປັນຫ່ວງຜະລິດຕະພັນສິນຄ້າລາວຫາກບໍ່ໄດ້ຮັບການສົ່ງເສີມຈິງຈັງ

ປັດຈຸບັນ, ສິນຄ້າລາວທີ່ເກີດຈາກພູມປັນຍາຊາວບ້ານ, ຈາກມູນເຊື້ອຂອງບັນພະບູລຸດລາວສ້າງຂື້ນນັບມື້ເສື່ອມສູນໄປ, ຍ້ອນຄ່ານິຍົມປ່ຽນໄປຊົມໃຊ້ສິນຄ້າຂອງຕ່າງປະເທດຫລາຍຂຶ້ນ, ມີການນຳເຂົ້າຖືກລະບຽບ ແລະ ບໍ່ຖືກລະບຽບວາງຂາຍປົນເປໃນທ້ອງຕະຫລາດ, ຮ້ານຊຸບເປີມາເກັດ, ເອັມພອຍມາກ, ແຜງລອຍຕ່າງໆຂາຍຢູ່ທຸກບ່ອນໃນປະເທດ, ແຕ່ສິນຄ້າທີ່ຄົນລາວຜະລິດພັດບໍ່ມີວາງຂາຍ ແຖມຍັງຖືກເບິ່ງຂ້າມວ່າຄຸນນະພາບຕ່ຳ, ຫາກຄົນລາວບໍ່ຊົມໃຊ້ ແລະ ບໍ່ສະໜັບສະໜູນ ຫລື ບໍ່ໄດ້ຮັບການຊ່ວຍເຫລືອຢ່າງຈິງຈັງຈາກຂະແໜງການກ່ຽວຂ້ອງພາກລັດແລ້ວ, ແນ່ນອນໃນອະນາຄົດນັກລົງທຶນລາວ-ສິນຄ້າລາວຈະຖືກຕີຖອຍເທື່ຶອລະກ້າວ.
ທ່ານ ຄຳສິງ ສີຫາເທບ ປະທານສູນສົ່ງເສີມຜະລິດຕະພັນລາວປອດສານພິດໃຫ້ຄຳເຫັນວ່າ: ຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ສ້າງນະໂຍບາຍຊຸກຍູ້ການຜະລິດທຸລະກິດຢ່າງເປີດກວ້າງ, ເຮັດໃຫ້ຄົນລາວກ້າລົງທຶນປະກອບທຸລະກິດຢ່າງຫລວງຫລາຍ, ທັງໃນດ້ານບໍລິການ, ສ້າງຜະລິດຕະພັນແລະ ອື່ນໆ. ຫລາຍຫົວໜ່ວຍທຸລະກິດກໍໄດ້ຮັບກາໝາຍແຫ່ງຊາດ ຫລື ສິນຄ້າໂອດັອບ, ທັງໄດ້ເຂົ້າຮ່ວມງານວາງສະແດງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ກໍໄດ້ຮັບຄວາມສົນໃຈບໍ່ໜ້ອຍ. ແຕ່ກົງກັນຂ້າມສ່ວນຕະຫລາດພາຍໃນພັດມີຄວາມງຽບເຫງົາ, ຍ້ອນວ່າຄົນລາວເຮົາສ່ວນໃຫຍ່ຍັງມີແນວຄິດວ່າສິນຄ້າທີ່ຄົນລາວຜະລິດຄຸນນະພາບຕ່ຳ, ແຕ່ໃນຄວາມຈິງແລ້ວມັນບໍ່ເປັນເຊັ່ນນັ້ນຍ້ອນທັງໝົດວັດຖຸດິບທີ່ນຳມາໃຊ້ສ່ວນໃຫຍ່ ແມ່ນມີຄຸນຄ່າຄືກັນ ຫລື ອາດດີກວ່າກໍເປັນໄດ້, ຊຶ່ງທັງໝົດນີ້, ເປັນແນວຄິດທີ່ພວກເຮົາຕ້ອງໄດ້ປ່ຽນແປງ, ນັບທັງເບື້ອງລັດກໍຕ້ອງມີມາດຕະການກຳນົດມາດຕະການນຳເຂົ້າສິນຄ້າຈາກຕ່າງປະເທດຕື່ມອີກ, ອັນໃດພາຍໃນເຮົາເຮັດໄດ້ກໍຕ້ອງຢຸດຕິເພື່ອເປັນການສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງຂື້ນ, ພ້ອມນັ້ນກໍແມ່ນເລື່ອງນະໂຍບາຍດ້ານພາສີ-ອາກອນຕ່າງໆຂອງຜູ້ຜະລິດພາຍໃນ ເພື່ອສາມາດຫລຸດຜ່ອນຕົ້ນທຶນການຜະລິດລົງຈຶ່ງຈະສາມາດແກ່ງແຍ້ງແຂ່ງຂັນກັບສິນຄ້າຕ່າງປະເທດໄດ້.

