ກະຊວງແຮງງານເລັ່ງວາງແຜນດຳເນີນງານໃຫ້ມີຜົນ

ວັນທີ 19 ທັນວານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມວິຊາການວຽກງານແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງດັ່ງກ່າວ, ມີບັນດາຫົວໜ້າກົມ, ຫົວໜ່ວຍວິຊາການ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງ ແລະ ພະນັກງານວິຊາການເຂົ້າຮ່ວມເປັນຈຳນວນຫລາຍ.
ປະທານກອງປະຊຸມ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ໂດຍຈະໄດ້ພ້ອມກັນຄົ້ນຄວ້າດ້ານວິຊາການກ່ຽວກັບແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ເພື່ອກ້າວໄປເຖິງການບັນລຸຄາດໝາຍ ເມື່ອຮອດປີ 2020, ໂດຍຈະໄດ້ສຸມໃສ່ບາງຫົວຂໍ້ເຊັ່ນ: ການບັນລຸຄາດໝາຍ ແລະ ສິ່ງທ້າທາຍ, ການສ້າງລະບົບຖານຂໍ້ມູນ-ຂ່າວສານຕະຫລາດແຮງງານ, ການກວດກາແຮງງານຕິດພັນກັບການຄຸ້ມຄອງແຮງງານຕ່າງປະເທດ, ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ ຕິດພັນກັບການຂະຫຍາຍອັດຕາການປົກຄຸມປະກັນສັງຄົມ, ການບັນລຸຄາດໝາຍການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕິດພັນກັບການປັບປຸງຖານຂໍ້ມູນທີ່ຊັດເຈນ, ການສ້າງກອງທຶນສັງຄົມສົງເຄາະຕາມທິດສາມສ້າງ, ການຫລຸດຜ່ອນເນື້ອທີ່ທີ່ມີລະເບີດຕົກຄ້າງ, ການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ໄດ້ຮັບເຄາະຮ້າຍຈາກລະເບີດຕົກຄ້າງທີ່ບໍ່ທັນແຕກ, ມາດຕະການຮັບບໍລິຈາກ ແລະ ແຈກຢາຍ ເລືອດໃຫ້ສັງຄົມໃຫ້ນັບມື້ນັບດີຂຶ້ນ, ພ້ອມນີ້ ກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ, ປະ ກອບຄຳຄິດເຫັນ ດ້ານວິຊາການຕໍ່ເນື້ອໃນເອກະສານວິຊາການດັ່ງກ່າວຢ່າງເລິກເຊິງ ແລະ ກວ້າງຂວາງ ເພື່ອຄົ້ນໃຫ້ເຫັນຢ່າງຕັ້ງໜ້າ ແລະ ດ້ານຫຍໍ້ທໍໃຫ້ມີຄວາມຊັດເຈນ, ແທດເໝາະກັບຕົວຈິງ, ມີການແບ່ງຄວາມຮັບຜິດຊອບລະຫວ່າງກະຊວງ ແລະ ພະແນກ ແຮງງານ ແລະ ສະ ຫວັດດີການສັງຄົມແຂວງ-ນະຄອນຫລວງໃຫ້ຈະແຈ້ງ, ພ້ອມທັງມີ ມາດຕະການແກ້ໄຂ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໃນຊຸມປີຕໍ່ໜ້າ.

