ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ໃນໄລະຍະວັນທີ 11 ຫາ 13 ມິຖຸນາ 2025

ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸໝຸນເຂດຮ້ອນ ວຸທິບ (TS WUTIP) ຫົວທີ 1 ປະຈຳປີ 2025, ປະຈຸບັນຍັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຄາດຄະເນວ່າພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ ມາໃກ້ແຄມຝັ່ງຂອງປະເທດຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ, ຊຶ່ງ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 11 ຫາ 13 ມິຖຸນາ 2025 ນີ້:

ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ເຊັ່ນ: ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. (ໂດຍສະເພາະ ຢູ່ບາງທ້ອງຖິ່ນແຂວງ ໄຊຍະບູລີ  , ສໍາລັບແຂວງ ຈໍາປາສັກ ແລະ ອັດຕະປື ຈະເກີດມີດິນເຈື່ອນ).

ນະຄອນຫຼວງວຽງຈັນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຈົ່ງ ມີສະຕິ ລະມັດລະວັງ ຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ດິນເຈື່ອນ, ນໍ້າຖ້ວມຊູ, ຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປະຈຳ.