ການປັບປຸງ-ສ້ອມແປງເສັ້ນທາງ 13 ໃຕ້ ສຳເລັດ 100% ແຕ່ຜູ້ຮັບເໝົາຕ້ອງໄດ້ສືບຕໍ່ບູລະນະຮັກສາຈົນຄົບສັນຍາ ຮອດປີ 2031

ໜັງສືພິມວຽງຈັນໃໝ່ ລາຍງານວັນທີ 10 ມິຖຸນາ 2025 ວ່າ: ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ໃຕ້ ໃຫ້ສຳພາດວ່າ: ໂຄງການ ແມ່ນເລີ່ມປັບປຸງ ແລະ ສ້ອມແປງແຕ່ ກມ 71 ຫາ ກມ 346 ມີຄວາມຍາວທັງໝົດ 275 ກິໂລແມັດ ໂດຍໄດ້ແບ່ງອອກ ເປັນ 4 ຊ່ວງ ໄດ້ສໍາເລັດ 100% ພາຍຫຼັງເລີ່ມກໍສ້າງແຕ່ປີ 2021 ແຕ່ຜູ້ຮັບເໝົາກໍ່ສ້າງແຕ່ລະຊ່ວງຕ້ອງໄດ້ສືບຕໍ່ບູລະນະຮັກສາຈົນຄົບອາຍຸສັນຍາ 10 ປີ ເຊິ່ງຮູບແບບສັນຍາ ແມ່ນໃຊ້ຮູບແບບສັນຍາໃໝ່ OPBRC ໂດຍກໍ່ສ້າງ 3 ປີ ແລະ ບູລະນະຮັກສາ 7 ປີ.

ປະຈຸບັນເສັ້ນທາງດັ່ງກ່າວ ແມ່ນກ້າວເຂົ້າສູ່ໄລຍະບູລະນະຮັກສາ ໂດຍຜູ້ຮັບເໝົາຈະຕ້ອງໄດ້ປະຕິບັດໃຫ້ໄດ້ຕາມລະດັບບໍລິການ (Service Level) ທີ່ໄດ້ກຳນົດໄວ້ໃນສັນຍາ ກໍຄື ຈົນຮອດປີ 2031 ຖືວ່າເປັນ ໂຄງການທີ 2 ຖັດຈາກ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ (ສີເກີດ-ໂພນໂຮງ). ຜູ້ຮັບເໝົາຈະໄດ້ຮັບຜິດຊອບຕາມສັນຍາປະກອບມີ ການອະນາໄມຖາງຫຍ້າແຄມທາງ, ອະນາໄມໜ້າທາງ, ອະນາໄມທໍ່ລອດທາງ ແລະ ລວມເຖິງການສ້ອມແປງຕາບຂຸມຕ່າງໆ ທີ່ອາດຈະເກີດຂຶ້ນ ແລະ ຍັງມີຫລາຍໜ້າວຽກອີກທີ່ລະບຸ ໄວ້ໃນສັນຍາ.

ສຳລັບໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແມ່ນເປັນການຍົກລະດັບຈຸດນໍ້າຖ້ວມ ຂະຫຍາຍໜ້າທາງໃຫ້ກ້ວາງອອກໄປຕື່ມບາງຊ່ວງ (ຈາກ 9 ແມັດ ມາເປັນ 12 ແມັດ) ແລະ ເພື່ອໃຫ້ສາມາດຮັບນໍ້າໜັກການບັນ ທຸກຕາມມາດຕະຖານຂອງອາຊຽນ ຄື 11 ໂຕນຕໍ່ເພົາ (ຂອງລາວແມ່ນ 9.1 ໂຕນຕໍ່ເພົາ).