ນັກກິລາເທັນນິດ ທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ທີ່ປະເທດຈໍແດນ

ທັບສາວນັກກິລາເທັນນິດທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ໋ມໂລກ ກຸ່ມ lll ຫຼື ລາຍການ ບິລີ ຈີນ ຄິງ ຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມິຖຸນາ 2025 ທີ່ປະເທດຈໍແດນ ລາຍການນີ້ ສະເພາະກຸ່ມ 3 ມີທັງໝົດ 20 ປະເທດຮ່ວມຊີງໄຊ ແຂ່ງຂັນທີ່ 2 ປະເທດ ທີ່ປະເທດສີລັງກາ ແລະ ປະເທດຈໍແດນ.
ສຳລັບນັກກິລາເທັນນິດທີມຊາດລາວ ຈະເດີນທາງເຂົ້າ ຮ່ວມແຂ່ງຂັນລາຍການນີ້ ມີທັງໝົດ 5 ຄົນ, ໃນນັ້ນ ຄູຝຶກ 1 ຄົນ ແລະ ນັກກິລາ 4 ຄົນ ປະກອບມີ ທ່ານ ອາລັນ ວູອອງ ຄູຝຶກທີມຊາດລາວ ຊາວອົດສະຕາລີ ສ່ວນນັກກິລາມີນາງ ມະໄລລັກ ປະທຸມມາກຸໂຣແນນ ຫຼື ດິໄລຣາ ສາວລູກສອດ ລາວ-ສະວີເດັນ, ນາງ ທິລະດາ ພົມມະຈັກ, ນາງ ຄອນສະໄໝ ຈຳປາມະນີວົງ ແລະ ນາງ ຣຸ້ງ ຄຳວົງສາ ລູກສອດ ລາວ-ເບນຢ້ຽມ.

ການແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ໋ມໂລກຄັ້ງນີ້ ມີທັງໝົດ 4 ກຸ່ມ ສະເພາະ ກຸ່ມ 1 ແລະ ກຸ່ 2 ແມ່ນຢືນລໍຖ້າໃນການແຂ່ງຂັນລະດັບສູງສຸດ ສ່ວນ ກຸ່ມ 3 ທີ່ 20 ຊາດ ແລະ ມີນັກກິລາລາວ ຮ່ວມຢູ່ນຳ ຊຶ່ງກຸ່ມນີ້ ຫາກນັກກິລາຊາດໃດຊະນະຄະແນນຫຼາຍທີ່ສຸດ ອັນດັບທີ 1 ແລະ ອັນດັບທີ 2 ຂອງກຸ່ມ ຈະຖືກເລື່ອນຂຶ້ນໄປແຂ່ງຂັນໃນ ກຸ່ມ 1 ແລະ ກຸ່ມ 2 ທັນທີ່ ຂະນະທີ່ ກຸ່ມ 4 ກໍຈະຕ້ອງແຂ່ງຂັນເພື່ອຍາດໂຄຕ້າ ໄປແຂ່ງຂັນໃນກຸ່ມ 3 ຕາມລຳດັບ.
ການແຂ່ງຂັນ ສະເພາະກຸ່ມ 3 ມີທັງໝົດ 20 ປະເທດ ແຂ່ງ ຂັນທີ່ 2 ປະເທດກໍຄື ທີ່ປະເທດສີລັງກາ ແລະ ປະເທດຈໍແດນ ສະເພາະ ກຸ່ມຂອງ ສປປ ລາວ ຢູ່ຮ່ວມກັບ ຫວຽດນາມ, ກວມ, ມາກເກົາ, ເມົາດິບ, ບຣູໄນ, ຊາອຸດິອາຣາເບຍ, ພູຕານ, ບາເຣນ ແລະ ຈໍແດນ ເຈົ້າພາບ ລາຍການນີ້ ສປປ ລາວ ເຄີຍສົ່ງໄດ້ເລີ່ມເຂົ້າຮ່ວມຕັ້ງແຕ່ປີ 2022 ເປັນຕົ້ນມາ.

ສຳລັບນັກກິລາເທັນນິດທີມຊາດລາວ ຈະເດີນທາງເຂົ້າ ຮ່ວມແຂ່ງຂັນລາຍການນີ້ ທາງບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ (Wang Investment Sole Co.,LTD ) ໄດ້ມອບການສະໜັບສະໜູນເປັນເງິນ ເກືອບ 85 ລ້ານກວ່າກີບ ຫຼື ປະມານ 4.000 ໂດລາສະຫະລັດອາເມລິກາ ໃນວັນທີ 10 ມິຖຸນາ 2025 ທີ່ສະໜາມກິລາເທັນນິດ ສະໂມສອນ ວຽງຈັນ ເທັນນິດ ເຂດເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດມອບຂອງທ່ານ ນາງ ທ່ານ ນາງ ຢ້າວຢ້າວ (YaoYao) ຮອງປະທານ ບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ມີບັນດາຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາສາວເທັນນິດທີມຊາດລາວເຂົ້າຮ່ວມເປັນສັກຂີພິຍານ.

