ເລກທະບຽນລົດ ກດ 9999 ແຂວງຈຳປາສັກ ຖືກປະມູນໃນລາຄາ 236 ລ້ານກີບ

ວັນທີ 4 ມິຖຸນາ 2025, ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈໍາປາສັກ ໄດ້ຈັດພິທີປະມູນເລກປ້າຍທະບຽນຍານພາຫະນະທາງບົກແຂວງຈຳປາສັກ ກດ 9999 ຖືກປະມູນໄດ້ໃນລາຄາ 236 ລ້ານກີບ ສູງກວ່າທີ່ລາຄາກໍານົດໄວ້ 150 ລ້ານກີບ.

ການປະມູນເລກປ້າຍທະບຽນຄັ້ງນີ້ ເປັນປະເພດລົດຈັກ ແລະ ລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດຮ້ອຍສ່ວນຮ້ອຍ 100% ຊຶ່ງປະກອບມີປ້າຍທະບຽນ ເລກສີ່ຕົວຄືກັນ, ເລກລຽງສີ່ຕົວ ແລະ ເລກຄູ່ຄືກັນ ລວມທັງໝົດມີ 13 ເລກທະບຽນ ເຊິ່ງເປັນຄັ້ງທໍາອິດທີ່ມີການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ແບບເປີດກວ້າງ. ລວມເງິນປະມູນໄດ້ທັງໝົດ 982 ລ້ານກີບ, ເພີ່ມຈາກເປົ້າໝາຍທີ່ກຳນົດໄວ້ໃນເບື້ອງຕົ້ນ 785 ລ້ານກີບ. ເງິນດັ່ງກ່າວຈະໄດ້ມອບເຂົ້າກອງທຶນທາງ ຂອງກະຊວງ ຍທຂ.

ຫລັງຈາກປະມູນແລ້ວ ເຈົ້າຂອງຕ້ອງນໍາໝາຍເລກທະບຽນພາຫະນະທີ່ຕົນປະມູນໄດ້ ໄປຂຶ້ນທະບຽນນໍາຂະແໜງການທີ່ກ່ຽວຂ້ອງ ໃນໄລຍະເວລາບໍ່ໃຫ້ເກີນ 6 ເດືອນ ຖ້າກາຍກໍານົດຖືວ່າສະຫລະສິດ ແລະ ເລກປ້າຍທະບຽນດັ່ງກ່າວຈະຖືກນໍາໄປປະມູນໃນຄັ້ງຕໍ່ໄປ ສ່ວນເງິນທີ່ຊໍາລະຄ່າເລກປ້າຍທະບຽນ ຈະບໍ່ໄດ້ສົ່ງຄືນ ແລະ ຈະຕົກເປັນຂອງລັດ.

ການປະມູນດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ພັນເອກ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຮອງປະທານຄະນະກຳມະການຈັດຕັ້ງການປະມູນ, ມີທ່ານ ສຸກສະຫວັນ ເພັງພະຈັນ ຮອງຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກຳມະການຈັດຕັ້ງການປະມູນ, ນັກທຸລະກິດ ແລະ ຜູ້ປະກອບການ ທີ່ຍື່ນຊອງປະມູນ ເຂົ້າຮ່ວມ.

ທີ່ມາ: ໜັງສືພິມຈໍາປາໃໝ່