ມ້າງອອກແລ້ວ ເສົາເຫລັກ ຄ້ຳສາຍໄຟຟ້າ ຢູ່ຖະໜົນເຕ2 ແລະ ໃຫ້ໂຈະການກໍ່ສ້າງຊົ່ວຄາວ

ຈາກກໍລະນີສື່ອອນລາຍໄດ້ໂພສຄລິບທີ່ປາກົດມີເສົາໄຟເສີມຕໍ່ຂຶ້ນຢູ່ເທີງອາຄານຫລັງໜຶ່ງຢູ່ເສັ້ນທາງເຕ2 ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຮັດໃຫ້ສັງຄົມເກີດຄວາມສົງໄສ ແລະ ສົນໃຈ ກ່ຽວກັບການຕໍ່ເຕີມເສົາໄຟດັ່ງກ່າວນັ້ນ.
ວັນທີ 9 ມິຖຸນາ 2025 ທ່ານ ພຸດທະສັກ ຄຳພັນໂນລາດ ຮອງຫົວໜ້າສາຂານະຄອນຫລວງ1 ພ້ອມດ້ວຍຫົວໜ້າຫ້ອງການເຕັກນິກ ແລະ ພາກສ່ວນກ່ຽວຂ້ອງສາຂານະຄອນຫລວງ1 ປະສານສົມທົບກັບກັບພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັນລົງສຳຫລວດຕົວຈິງ ພົບເຫັນການປຸກສ້າງຕຶກອາຄານຢູ່ກ້ອງລະບົບຈຳໜ່າຍພະລັງງານໄຟຟ້າແຮງກາງ 22 ກິໂລໂວນ ແລະ ມີການນຳເອົາເສົາເຫລັກວາງຢອງໃສ່ເທິງເສົາປູນຄ້້ຳສາຍໄຟຟ້າໄວ້ ຈຶ່ງໄດ້ສັ່ງເຈົ້າຂອງກິດຈະການໂຈະການກໍ່ສ້າງຕຶກອາຄານໄວ້ກ່ອນຊົ່ວຄາວ ແລະ ໃຫ້ເຂົ້າໄປພົວພັນນຳຈຸງານກວດກາຜັງເມືອງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ. ພ້ອມທັງເຫັນດີໃຫ້ທາງລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ1 ມ້າງເສົາເຫລັກທີ່ຄ້ຳສາຍໄຟຟ້າອອກ ແລະ ຕັດໄຟຟ້າອອກຈາກໂຄງການກໍ່ສ້າງຕຶກອາຄານດັ່ງກ່າວ ເພື່ອເປັນການປ້ອງກັນອຸບັດຕິເຫດທາງໄຟຟ້າແລະເພື່ອຫລີກລ່ຽງບັນຫາໄຟຕົກ-ໄຟມອດ ຈົນກວ່າຈະມີເອກສານທາງການຈາກພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຫາ ລັດວິສາຫະກິດໄຟຟ້າລາວຈິ່ງເຫັນດີໃຫ້ຕໍ່ໄຟຟ້າຄືນຕາມລະບຽບການ.
ຖ້າຫາກເຈົ້າຂອງກິດຈະການບໍ່ປະຕິບັດຕາມລະບຽບຄຸ້ມຄອງການປຸກສ້າງສະບັບເລກທີ 2241/ຍທຂ, ລົງວັນທີ 31ມັງກອນ 2019 ແລະ ຕາມແຈ້ງການຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນສະບັບເລກທີ 04/ຈນວ, ລົງວັນທີ 30ສິງຫາ 2023 ແມ່ນຈະໄດ້ແຈ້ງຖອນໃບອະນຸຍາດປຸກສ້າງ ແລະ ບໍ່ດຳເນີນທຸລະກິດ ແລະ ນຳໃຊ້ອາຄານ.

