ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% ແຕ່ລາຄາສິນຄ້າ ຍັງສືບຕໍ່ເພີ່ມຂຶ້ນ

ວັນທີ 10 ມິຖຸນາ 2025 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ທ່ານ ນາງ ມີນາພອນ ໄຊສົມພູ ສສຊ ປະຈຳເຂດເລືອກຕັ້ງ 17 ແຂວງອັດຕະປື ໄດ້ມີຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ວ່າ: ເຖິິງອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% ກໍຕາມ ແຕ່ລາຄາສິນຄ້າ ຍັງສືບຕໍ່ເພີ່ມຂຶ້ນ, ຜົນຜະລິດຂອງປະຊາຊົນຫລຸດລົງ, ຄ່າໄຟຟ້າຍັງສືບຕໍ່ສູງຂຶ້ນ ເຊິ່ງສົ່ງຜົນກະ ທົບຕໍ່ຊິວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເນື່ອງຈາກບັນຫາດັ່ງກ່າວ ແມ່ນຕິດພັນກັບການດຳລົງຂອງປະຊາຊົນ.

ນອກຈາກນີ້, ທ່ານຍັງສະເໜີໃຫ້ລັດຖະບານ ສືບຕໍ່ປະເມີນ, ກວດກາຄືນ ບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ເຊິ່ງຜ່ານການຕິດຕາມກວດກາ ເຫັນວ່າບາງໂຄງການ ຍັງບໍ່ປະຕິບັດຕາມຂັ້ນຕອນລະບຽບ ແລະ ກົດໝາຍ, ບາງໂຄງການຍັງບໍ່ມີບົດວິພາກເສດຖະກິດ, ບໍ່ມີບົດສຶກສາເບື້ອງຕົ້ນ, ບໍ່ມີບົດສຶກສາກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ຜົນກະທົບຕໍ່ສັງຄົມ ເຊັນບົດບັນທຶກ MOU ແລ້ວ ລົງມືຈັດຕັ້ງປະຕິບັດເລີຍ. ນອກຈາກນີ້, ການຄຸ້ມຄອງກໍຍັງບໍ່ທັນເຂັ້ມແຂງ, ປ່ອຍໃຫ້ຜູ້ພັດທະນາເຮັດຕາມໃຈ ກໍໃຫ້ເກີດຂໍ້ຂັດແຍ່ງລະ ຫວ່າງ ຜູ້ພັດທະນາ ແລະ ປະຊາຊົນ.

ສຳລັບວຽກງານຈັດເກັບຫລາຍຮັບ ເຫັນວ່າສາມາດຈັດຕັ້ງປະຕິ ບັດໄດ້ລື່ນແຜນ ແຕ່ການຄຸ້ມຄອງຈັດເກັບລາຍຮັບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຫັນວ່າຍັງບໍ່ຮັດກຸມ, ການຈັດເກັບລາຍຮັບບາງຂະແໜງການຍັງບໍ່ທັນເປັນລະບົບ, ການສ້າງຖານລາຍຮັບໃຫຍ່ທີ່ໝັ້ນຄົງ ເກີດຂຶ້ນຍັງບໍ່ຫລາຍ ເຊິ່ງລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກການຂຸດຄົ້ນຊັບພະຍາກອນທຳມະຊາດ; ສ່ວນວຽກງານການຟື້ນຟູປ່າ ແລະ ປູກຕົ້ນໄມ້ທົດແທນ ສະເໜີໃຫ້ລັດຖະບານ ຄວນຈັດຕັ້ງການປະເມີນປະສິດທິພາບ ແລະ ປະສິດທິຜົນ ວ່າມີຫລາຍໜ້ອຍສຳໃດ ເນື່ອງຈາກວ່າການຟື້ນຟູປ່າ ແລະ ປູກຕົ້ນໄມ້ທົດແທນ ແມ່ນໃຊ້ງົບປະມານສູງ.