ພິທີເຊັນສັນຍາຮ່ວມມືລະຫວ່າງ ສຕລ ແລະ ກຸ່ມບໍລິສັດ ດົງລຶກ

ພິທີເຊັນສັນຍາຮ່ວມມືລະຫວ່າງ ສຕລ ແລະ ກຸ່ມບໍລິສັດ ດົງລຶກ ຈັດຂຶ້ນໃນວັນທີ 9 ມິຖຸນາ 2025 ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນສັກຂີພະຍານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ Nguyen Thi Thuan ທີ່ປຶກສາປະຈຳ ສະມາຄົມຫວຽດນາມປະຈໍາລາວ ແລະ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ. ໃຫ້ກຽດລົງນາມໃນສັນຍາໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ເລ ວູ ຮົງ ງອກ, ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາທີມຊາດລາວ ທັງຊຸດຍິງ ແລະ ຊາຍ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຈຸດປະສົງ ການເຊັນສັນຍາຮ່ວມມືໃນຄັ້ງນີ້, ແມ່ນທັງສອງຝ່າຍໄດ້ມີເປົ້າໝາຍ ແລະ ຄວາມມຸ້ງມາດປາດຖະຫນາທີ່ຈະພັດທະນາກິລາບານເຕະຮ່ວມກັນ. ສັນຍາການຮ່ວມມືຄັ້ງນີ້ ມີໄລຍະເວລາ 3 ປີ (ແຕ່ ປີ 2025 ຫາ 2028) ທາງກຸ່ມບໍລິສັດ ດົງລຶກ ຈະເປັນຜູ້ອຸປະຖຳຄືດັ່ງນີ້:
1. ຊຸດແຂ່ງຂັນສໍາລັບທິມຊາດ ຍິງ – ຊາຍ ທຸກຮຸ່ນອາຍຸ.
2. ໝາກບານສໍາລັບການແຂ່ງຂັນ.
– ການແຂ່ງຂັນບານເຕະ ລາວລີກ 1
– ການແຂ່ງຂັນບານເຕະ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ
– ການແຂ່ງຂັນບານເຕະ ລາວລີກ ຍິງ
– ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງຂັນ ສຕລ
– ການແຂ່ງຂັນ ລາວ ຟຸດຊໍ ລີກ
3. ຈະມີກິດຈະກຳກິລາບານເຕະ ຮ່ວມກັນໃນຂອບເຂດທົ່ວປະເທດ.
ຂ້າພະເຈົ້າຫວັງຢ່າງຍິ່ງ ນີ້ຈະເປັນບາດກ້າວເບື້ອງຕົ້ນໃນການຮ່ວມມື ແລະ ຈະມີຫຼາຍກິດຈະກໍາທີ່ທັງສອງ ຝ່າຍຈະມີການປະສານງານຮ່ວມມືກັນໃນອານາຄົດ.

ຂະນະດຽວກັນ ທ່ານ ນາງ ເລ ວູ ຮົງ ງອກ, ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ກ່າວວ່າ: ເປັນເວລາຫຼາຍກວ່າ 35 ປີ, ກຸ່ມບໍລິສັດ ດົງລຶກ ໄດ້ທຸ້ມເທເຂົ້າໃນການສະໜັບສະໜູນ ແລະ ພັດທະນາວົງການກີລາ ທົ່ວຫວຽດນາມ ແລະ ຕ່າງປະເທດ. ຈາກກິລາບານເຕະ, ບານສົ່ງ, ດອກບຶກໄກ່, ເທັນນິສ ຈົນເຖິງກິລາປະເພດ ອື່ນໆ, ມື້ນີ້ຖືເປັນຂີດໝາຍພິເສດຫຼາຍໃນເສັ້ນທາງຂອງພວກຂ້າພະເຈົ້າ ການເປີດໂຕຊຸດ ແຂ່ງຂັນໃໝ່ຂອງທີມຊາດລາວຢ່າງເປັນທາງການ ທີ່ຜະລິດໂດຍ Jogarbola ແລະ ກຸ່ມ ບໍລິສັດດົງລຶກ, ຊຸດແຂ່ງຂັນໃໝ່ທີ່ທ່ານໄດ້ເຫັນໃນມື້ນີ້ໄດ້ຖືກພັດທະນາຂຶ້ນດ້ວຍວັດຖຸທີ່ມີເທັກໂນໂລຢີ ປ່ອຍຄວາມຊື້ນແບບທາງດຽວ ເພື່ອຄວາມສະດວກສະບາຍ, ຄວາມທົນທານ ແລະ ປະສິດທິພາບໃນການໃຊ້ງານ – ອອກແບບຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງການແຂ່ງຂັນລະດັບນາໆຊາດ. ນອກເໜືອໄປຈາກດ້ານເຕັກນິກ, ມັນຍັງເປັນຕົວ ແທນໃຫ້ແກ່ຈິດວິນຍານ, ເອກະລັກ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວ. ສໍາລັບ ຊຸດແຂ່ງຂອງທີມຊາດລາວ ຍີ່ຫໍ່ Jogarbola ໄດ້ໃຊ້ຊຸດທໍາອິດເປັນ ທີມຊາດຍິງລາວ ຢູ 19 ໃຊ້ລົງແຂ່ງຂັນນັດທໍາອິດດ້ວຍການເປີດຕົວເອົາຊະນະ ທີມຊາດຕີມໍ ເລສເຕ 2-0 ໂດຍທີມຊາດລາວ ໄດ້ປະຕູຈາກ ເບີ 7 ອັນນ້າ ແກ້ວອ່ອນສີ ນາທີ 18′, 85′ ນັດທໍາອິດ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ( ASEAN U19 Girls’ Championship 2025 ) ທີ່ປະເທດຫວຽດນາມ ເປັນເຈົ້າພາບ, ສ່ວນທີມຊາດລາວ ຊຸດໃຫຍ່ ( ທີມຊາຍ ) ຈະເປັນຊຸດທີ 2 ທີ່ໄດ້ໃຊ້ເສື້ອຈາກ Jogarbola ກໍຄືທີ່ທາງ ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນໃຫ້ ລົງແຂ່ງຂັນໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ ເປີດບ້ານຮັບການມາຢາມຂອງ ທີມຊາດເນປານ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 19:00 ໂມງຂອງວັນທີ 10 ມິຖຸນາ 2025.
ຂ່າວ:ສຕລ

