ກອງປະຊຸມສະພາ ຄືຄວາມຫວັງຂອງມວນຊົນ ໃນການຄົ້ນຄວ້າພິຈາລະນາ ແລະ ແກ້ໄຂບັນຫາຂອງຊາດ

ໂດຍ: ຜາຕຸງ
ກອງປະຊຸມສະໄໝສາມັນເທ່ືອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄຂຂຶ້ນໃນວັນທີ 9 ມິຖຸນາ ແລະ ຈະດຳເນີນໄປເຖິງວັນທີ 26 ມິຖຸນາ2025 ນີ້ ເຊິ່ງຈະໄດ້ເຫັນບົດລາຍງານໂດຍສັງເຂບຈາກລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນວຽກ ຈຸດສຸມ 6 ເດຶອນທ້າຍປີ2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນ ຫາເຄັ່ງຮອນທາງດ້ານເສດຖະກິດ.
ຈາກການສັງລວມຂອງບົດລາຍງານນັ້ນໄດ້ຍົກໃຫ້ເຫັນວ່າ ແຕ່ກອງປະຊຸມສະໄໝສາມັນເທ່ືອທີ 8 ຈົນເຖິງກອງປະຊຸມ ສະໄໝສາມັນເທ່ືອທີ 9 ນີ້ລັດຖະບານໄດ້ສຸມທຶນຮອນມະຫາສານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໄປພ້ອມກັນທຸກດ້ານ ແລະ ແຕ່ລະດ້ານກໍເລີ່ມດີຂື້ນ ໂດຍສະເພາະແມ່ນ 5 ເດືອນຂອງປີ 2025ນີ້, ປະເທດເຮົານອກຈາກຖືກຜົນກະທົບຈາກປັດໄຈພາຍນອກ ໂດຍສະເພາະການຂຶ້ນພາສີຂອງສະຫະລັດອາເມລິກາ 48% ຕໍ່ປະເທດເຮົາ ທີ່ຈະກະທົບຕໍ່ການສົ່ງອອກ ສິນຄ້າແລ້ວ, ນະໂຍບາຍດັ່ງກ່າວ ຍັງຈະສົ່ງຜົນກະທົບຕໍ່ການລົງທຶນຕ່າງປະເທດທີ່ເຂົ້າມາປະເທດເຮົາແລ້ວ. ສໍາລັບພາຍໃນປະເທດ ກໍຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາ ເງິນເຟີ້, ລາຄາສິນຄ້າທີ່ເພີ່ມສູງຂ້ືນ ແລະ ບັນຫາໜີ້ສິນຕ່າງປະເທດ.
ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງສູນກາງພັກ ກໍຄືການຕິດຕາມກວດກາ ແລະ ສະໜັບສະໜູນ ຢ່າງເປັນປົກກະຕິຂອງສະພາແຫ່ງຊາດ ແລະ ການປະກອບສ່ວນເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມນັ້ນ, ລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ທິດທາງ ວຽກງານທີ່ວາງອອກ ແລະ ສືບຕໍ່ສຸມໃສ່ແກ້ໄຂບັນຫາ ລວມຂອງຊາດ ຊຶ່ງໄດ້ເຮັດໃຫ້ເສດຖະກິດ-ສັງຄົມຂອງປະເທດເຮົາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນທຸກຂົງເຂດວຽກງານ.
ແຕ່ແນວໃດກໍຕາມໃນທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນທ້າຍປີ 2025 ຕິດພັນການສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ແລະ ບັນ ຫາເຄັ່ງຮ້ອນທາງດ້ານເສດຖະກິດ ປີ 2025 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025). ດັ່ງນັ້ນ ໃນໄລຍະ 6 ເດືອນທ້າຍປີ 2025, ລັດຖະບານ ຈະຕ້ອງໄດ້ເພີ່ມຄວາມ ພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດ ຕັ້ງປະຕິບັດ 09 ວຽກຈຸດສຸມ ຕາມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI; ບັນດາມະຕິຂອງສະພາແຫ່ງຊາດ; ບັນດາວຽກຈຸດ 12 ສຸມຂອງສອງວາລະແຫງຊາດ ແລະ ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດໃຫ້ບັນລຸຕາມຄາດໝາຍ.
ແນວໃດກໍດີ ນີ້ມັນຄືທິດທາງສູ້ຊົນໃນການຈັດຕັ້ງປະຕິບັດ ມັນຍັງບໍ່ທັນແມ່ນຜົນສຳເລັດທີ່ໄດ້ຮັບຕົວຈິງ, ຊຶ່ງວຽກງານນີ້ຍັງເປັນວຽກງານອັນໜັກໜ່ວງຫຼາຍສຳລັບປະເທດເຮົາຊຶ່ງມັນຮຽກຮ້ອງໃຫ້ທຸກຂະ ແໜງການຕ້ອງເປັນເຈົ້າການຮ່ວມກັນຈັດຕັ້ງປະຕິບັດ ຈົ່ງລະຖິ້ມຄວາມເຫັນແກ່ໄດ້,ຄວາມເຫັນແກ່ຕົວຕ້ອງເຮັດແທ້ທຳຈິງ ເຮັດດ້ວຍຄວາມຮັບຜິດຊອບສູງ ໃນທຸກຂົງເຂດວຽກງານ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນ, ບັນຫາເລື່ອງປາກເລື່ອງທ້ອງຂອງປະຊາຊົນໃນສັງຄົມ ຊຶ່ງປະຊາຊົນທີ່ໄດ້ຕັ້ງຄວາມຫວັງເອົາໄວ້ວ່າ ກອງປະຊຸມສະພາຄັ້ງນີ້ຈະນຳເອົາຄວາມຢູ່ດີກິນດີ ຄວາມສີວິໄລ ມາສູ່ເຂົາເຈົ້າຢ່າງແທ້ຈິງ.

