ເມສຊີ ຮັບລາງວັນນັກເຕະດີເດັ່ນ ກັບດາວຍິງສູງສຸດ ລາລີກາ ລະດູການ 2016-2017

ລິໂອເນລ ເມສຊີ ກອງໜ້າຕົວເກັ່ງຂອງ ບາເຊໂລນາ ຂຶ້ນຮັບລາງວັນນັກເຕະດີເດັ່ນ ແລະ ລາງວັນດາວຍິງສູງສຸດຂອງ ລາລີກາ ສະເປນ ປະຈຳລະດູການ 2016-2017 ຢ່າງເປັນທາງການ ໃນງານປະກາດລາງວັນຂອງ ມາກ້າ ສື່ກິລາທີ່ມີຊື່ສຽງຂອງ ສະເປນ ໃນວັນທີ 18 ທັນວານີ້.
ກອງໜ້າຊາວອາເຈນຕິນາຄົນດັ່ງກ່າວ ສ້າງຜົນງານໄດ້ຢ່າງໂດດເດັ່ນເມື່ອລະດູການຜ່ານມາ ເຖິງວ່າຕົ້ນສັງກັດຈະໄດ້ຮອງແຊ້ມ ລາລີກາ ສະເປນ ແຕ່ ເມສຊີ ຍັງພາທີມຄວ້າແຊ້ມ ໂຄປາ ເດລເຣ ແລະ ຊູເປີໂຄປາ ເດິ ເອັສປັນຍາ ມາຄອງ. ນອກນັ້ນ ເມສຊີ ຍັງຍິງໄດ້ເຖິງ 37 ປະຕູໃນລີກ ຄວ້າດາວຍິງສູງສຸດໄປຄອງນຳອີກ.
ສຳລັບຂັນລາງວັນ ໂຕຣເຟໂອ ປີຊີຊີ ຫລື ຂັນລາງວັນດາວຍິງສູງສຸດໃນລາລີກາ ສະເປນ ຖືເປັນສະໄໝທີ 4 ຂອງ ເມສຊີ ຫລັງເຄີຍຍາດໄດ້ໃນລະດູການ 2009-2010, 2011-2012 ແລະ 2012-2013, ສ່ວນ ຄຣິສເຕຍໂນ ໂຣນັລໂດ ຄູ່ແຂ່ງຕະຫລອດການຄວ້າລາງວັນນີ້ໄປຄອງ 3 ສະໄໝ. ຂະນະທີ່ ເມສຊີ ໄດ້ລາງວັນນີ້ໄປຄອງ 5 ສະໄໝຫລາຍທີ່ສຸດໃນປັດຈຸບັນ. ນອກຈາກນີ້ ອັນເດຣສ ອິນເນຍສຕ້າ ກອງກາງເພື່ອນຮ່ວມທີມ ຍັງຄວ້າລາງວັນນັກເຕະຊົງຄຸນຄ່າຂອງທີມຊາດສະເປນໄປຄອງ. ຂະນະທີ່ລາງວັນໂຕຣິຟິໂອ ຣິຄາໂດ ຊາໂມຣາ ຫລື ຜູ້ຮັກສາປະຕູດີເດັ່ນ ຕົກເປັນຂອງ ແຍນ ໂອບລັກ ຜູ້ຮັກສາປະຕູທີມຊາດສະໂລວີເນຍຂອງ ແອັດເລຕິໂກ ມາດຣິດ ເຊິ່ງເປັນການຄວ້າລາງວັນນີ້ຄັ້ງທີ 2 ຕິດຕໍ່ກັນ. ນອກຈາກນີ້, ຢາໂກ ອັສປາສ ອະດີດດາວຍິງຂອງ ລີເວີພູລ ປັດຈຸບັນຢູ່ກັບ ເຊລຕ້າ ບີໂກ ຄວ້າລາງວັນດາວຍິງສູງສຸດປະຈຳລີກ ທີ່ນັບສະເພາະນັກເຕະເຊື້ອຊາດສະເປນ.

