ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ 16 ສະຫາຍ

ໜັງສືພິມ ກອງທັບ ລາຍງານວ່າ: ວັນທີ 9 ມິຖຸນາ 2025 ນີ້ ກະຊວງປ້ອງກັນປະເທດ ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ ພົນຈັດຕະວາ ຄໍາແຫວນ ຫລ້າບົວມະຫາໄຊ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ພັນເອກ ສຸລິໄຊ ພິຈິດ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ.

ການເລື່ອນຊັ້ນ ພັນເອກ ຂຶ້ນ ຊັ້ນພົນຈັດຕະວາ ຈຳນວນ 16 ສະຫາຍ ມີ:
- ພັນເອກ ສຸລິໄຊ ພິຈິດ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ
- ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ
- ພັນເອກ ອຳເພັດ ພົມມະກອນ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ກົມໃຫຍ່ການເມືອງກອງທັບ
- ພັນເອກ ວັນໄຊ ຄໍາພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ
- ພັນເອກ ສະຫລອງໄຊ ໄຊຍະເສນາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ
- ສະຫາຍ ພັນເອກ ເຜີຍເພັດ ພົມສີຈັນ ຫົວໜ້າການເມືອງ ກົມ 213
- ພັນເອກ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3
- ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ
- ພັນເອກ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ
- ພັນເອກ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ
- ພັນເອກ ວົງພັນ ດາບຸດດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊສົມບູນ
- ພັນເອກ ຄໍາແພນ ວິລືທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ
- ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ
- ພັນເອກ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການ ກອງບັນຊາການທະຫານຊາຍແດນ
- ພັນເອກ ສອນທັນ ສຸວົງໄຊ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ
- ພັນເອກ ບຸນທັນ ຈັນທະລີມາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ.

ທີ່ມາ: ໜັງສືພິມກອງທັບ

