4 ມາດຕະການແກ້ໄຂສະພາບຂາດແຄນໄຟຟ້າ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນວຽກ ໃນຂົງເຂດເສດຖະກິດ ໂດຍສະເພາະ ການແກ້ໄຂບັນຫາສະພາບຂາດແຄນໄຟຟ້າ ໃນວັນທີ 9 ມິຖຸນາ 2025 ນີ້ວ່າ: ການແກ້ໄຂບັນຫາສະພາບຂາດແຄນໄຟຟ້າ, ໄດ້ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ແລະ ໄດ້ເລັ່ງຊຸກຍູ້ໂຄງ
ການແຫລ່ງຜະລິດທີ່ຈັດໃນບຸລິມະສິດ ເຊັ່ນ:
1) ໂຄງການກ່ໍສ້າງເຂື່ອນໄຟຟ້ານໍ້າງື່ມ 3 (ທີ່ເປັນຂອງລັດວິສາຫະກິດໄຟຟ້າລາວເອງ) ໃຫ້ສໍາເລັດໃນປີ 2027, ປັດຈຸບັນ ໄດ້ຮັບແຫລ່ງທຶນຈາກພາຍໃນປະເທດ ເພື່ອມາກ່ໍສ້າງໃຫ້ສໍາເລັດຕາມແຜນ,
2) ຊຸກຍູ້ໂຄງການ ພະລັງງານແສງຕາເວັນຂະໜາດໃຫຍ່ 12 ຈຸດບຸລິມະສິດ, ກໍາລັງຕິດຕັ້ງ 650 MW, ປັດຈຸບັນໄດ້ສໍາເລັດການເຊັນ Tariff MOU ໄປແລ້ວ 280 MW, ໃນນັ້ນ ໄດ້ສໍາເລັດການກ່ໍສ້າງ ແລະ ປ່ອຍກະແສໄຟຟ້າແລ້ວ 1 ໂຄງການ 50 MW,
3) ຊຸກຍູ້ໂຄງການພະລັງງານແສງຕາເວັນ ຂະໜາດນ້ອຍ 5 MW ລົງມາ ເພື່ອເສີມໃສ່ສະຖານີໄຟຟ້າໃນ ຈຸດທີ່ຂາດແຄນໄຟຟ້າ,
4) ສືບຕໍ່ຕິດຕາມ, ຊຸກຍູ້ໂຄງການເຂື່ອນໄຟຟ້າ ແລະ ແຫລ່ງຜະລິດປະເພດອື່ນ ທີ່ມີ ສັນຍາຊື້-ຂາຍໄຟຟ້າ ກັບ ລັດວິສາຫະກິດໄຟຟ້າລາວ ໃຫ້ກໍ່ສ້າງໂຄງການສໍາເລັດຕາມແຜນການກໍານົດ.

ນອກນີ້, ຍັງໄດ້ຊີ້ນໍາລັດວິສາຫະກິດໄຟຟ້າລາວ ໃຫ້ຈັດສັນແຜນການສະໜອງໄຟໃຫ້ໂຄງການຂຸດຄົ້ນຊັບສິນດິຈິຕອນ ຄືນໃໝ່, ໂດຍພິຈາລະນາຄວາມສາມາດໃນການດຸ່ນດ່ຽງພະລັງງານເປັນຕົ້ນຕໍ, ຊຶ່ງໃນເມື່ອກ່ອນ ການສະໜອງໄຟຢູ່ທີ່ 250 MW, ມາຮອດເດືອນ 5/2025 ແມ່ນໄດ້ແຈ້ງໃຫ້ປັບຫລຸດລົງເຫລືອ 135 MW, ຊຶ່ງຢູ່ ໃນເກນທີ່ລັດວິສາຫະກິດໄຟຟ້າລາວ ສາມາດດຸ່ນດ່ຽງໄຟກັບຕ່າງປະເທດໄດ້. ສ່ວນໃນລະດູຝົນ ແມ່ນຈະສືບຕ່ໍ ພິຈາລະນາສະໜອງໄຟຕາມຄວາມສາມາດຂອງລະບົບຕື່ມ.