ກົມໃຫຍ່ການເມືອງກອງທັບ ຕິດຕາມຢ້ຽມຢາມ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບ ຢູ່ຊາຍແດນເມືອງຄອບ

ໜັງສືພິມກອງທັບ ລາຍງານວ່າ: ວັນທີ 6 ມິຖຸນາ 2025 ນີ້ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍ ໄດ້ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ຢູ່ບັນດາປ້ອມທະຫານຊາຍແດນ ເມືອງຄອບ ແຂວງໄຊຍະບູລີ.

ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕາມການມອບໝາຍ ເຮັດໃຫ້ສະພາບຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ເຖິງແມ່ນວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນ ການປ້ອງກັນສາລະເວຕາມຊາຍແດນທີ່ຕົນຮັບຜຜິດຊອບ. ເພື່ອເປັນການສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ ສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ບັນຊາຢູ່ແຕ່ລະປ້ອມ ຕ້ອງໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບການເຄື່ອນໄຫວ ຂອງພະນັກງານ-ນັກຮົບໃຫ້ແໜ້ນ, ພ້ອມທັງເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ດີ, ຈັດຕັ້ງກຳລັງປ້ອງກັນເວຍາມ, ອອກສາລະເວ ເພື່ອຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ເປັນເຈົ້າການປະຕິບັດໜ້າທີ່ຂອງຕົນຮັບຜິດຊອບ, ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບທຸກເວລາ, ພ້ອມນັ້ນ, ຜູ້ບັນຊາ ຕ້ອງເປັນເຈົ້າການນຳພາພະນັກງານ-ນັກຮົບປັບປຸງຄ້າຍຄູ ເປັນຕົ້ນ: ລະບົບຂຸມຄອງຕ້ອງໃຫ້ມີຄວາມແໜ້ນໜາ ເພື່ອຮັບປະກັນຄວາມປອດໄພໃນເວລາສູ້ຮົບ.