ບໍ່ຂັບຖ່າຍຕອນເຊົ້າຈະມີຜົນກະທົບແນວໃດຕໍ່ຮ່າງກາຍ ?

ຫາກບໍ່ຖ່າຍອອກໃນເວລານີ້ສິ່ງເສດເຫລືອຈະຖືກດູດຊຶມຊຳ້ອີກສົ່ງຜົນໃຫ້ເລືອດບໍ່ສະອາດ.
– ກ່ອນຈະຮອດຕອນບ່າຍ ຈະເຫງົານອນຍ້ອນເລືອດບໍ່ສະອາດໄປລ້ຽງຫົວໃຈ, ຫົວໃຈຈຶ່ງອ່ອນເພຍ ແລະ ບໍ່ສົດຊື່ນ.
– ມີກິ່ນໂຕ, ກິ່ນປາກ ກໍມາຈາກເລືອດບໍ່ສະອາດໄປລ້ຽງປອດ ປອດກໍຈະໄລ່ອອກມາທາງຜິວໜັງ ແລະ ລົມຫາຍໃຈ ເຊິ່ງໂຕເອງບໍ່ຄ່ອຍໄດ້ຮັບຮູ້ກິ່ນ ແຕ່ຄົນອື່ນຈະຮູ້.
– ຖ້າບໍ່ຂັບຖ່າຍໃນຕອນ 05:00 – 07:00 ໂມງເຊົ້າດົນໆ ເປັນເວລາຫລາຍປີ ເລືອດທີ່ບໍ່ສະອາດໄຫລຜ່ານໄປລ້ຽງສະໝອງ ແລະ ບໍ່ກິນເຂົ້າເຊົ້າໃນຕອນ 07:00 – 09:00 ໂມງ ສະໝອງກໍຈະບໍ່ໄດ້ຮັບສານອາຫານທີ່ມີປະໂຫຍດ ເມື່ອແກ່ໂຕໄປຄວາມຈື່ຈຳກໍຈະເສື່ອມໄວ, ປວດຫົວເຂົ່າ ແລະ ເປັນລິດສີດວງທະວານ.
– ເມື່ອເລືອດໄປລ້ຽງສະໝອງບໍ່ພໍ ຫລື ໄປລ້ຽງສະໝອງໜ້ອຍ ຈະເລີ່ມມີອາການຜົມຫລົ່ນ, ໜ້າເຖົ້າໄວ, ຄໍອັກເສບງ່າຍ, ນອນບໍ່ຄ່ອຍຫລັບ, ນອນບໍ່ເຕັມອີ່ມ, ຝັນຕະຫລອດ, ປວດບ່າໄຫລ່, ຕື່ນຕອນກາງເດິກເລື້ອຍໆ, ເຈັບຫົວເບື້ອງດຽວ, ເຈັບຫູ, ປວດເບົ້າຕາ, ຜົ້ງດັງອັກເສບ, ເຫືອກບວມ, ເຈັບຄໍ, ເຈັບລີ້ນ, ເຈັບຫລັງ, ເຈັບຫົວເຂົ່າ, ກະດູກກະໂພກເຄື່ອນໄດ້ງ່າຍ, ເຈັບກະໂພກ, ເຈັບຂໍ້ຕີນ, ເຈັບຫລັງຕີນ, ວິຕົກກັງວົນ ອາດມີອາການເທື່ອລະຢ່າງ ຫລື ຫລາຍຢ່າງພ້ອມກັນ.
– ວິທີແກ້ໄຂ :
- ພະຍາຍາມຂັບຖ່າຍໃນເວລາ 05:00 – 07:00 ໂມງ ຖ້າບໍ່ຖ່າຍໃຫ້ກິນຂີ້ໝິ້ນເປັນປະຈຳເພື່ອບໍລິຫານລຳໄສ້ໃຫຍ່.
- ຄວນກິນເຂົ້າເຊົ້າທຸກມື້ໃນເວລາ 07:00 – 09:00 ໂມງ ເພື່ອໃຫ້ເລືອດໄດ້ຮັບສານອາຫານໄປລ້ຽງສະໝອງ ແລະ ກິນໂຢ ເກິດ, ນົມປະສົມນຳ້ໝາກໄມ້ ຫລື ໝາກນາວໃນເວລາ 13:00 – 15:00 ໂມງ ເພື່ອປ່ຽນຂີ້ເຫຍື້ອໃນລຳໄສ້ນ້ອຍໃຫ້ເປັນວິຕາມິນເບ ແລ້ວສົ່ງໄປບຳລຸງສະໝອງ.
- ອອກກຳລັງກາຍຢ່າງສະໝໍ່າສະເໝີ.

