ແຕ່ງຕັ້ງ ທ່ານ ສົມລິດ ພັນທະຈັກ ຮັກສາການຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວຊົ່ວຄາວ

ວັນທີ 6 ມິຖຸນາ 2025 ນະຄອນຫຼວງວຽງຈັນ ຈັດພິທີມອບ-ຮັບ ໜ້າທີ່ຫົວໜ້າດ່ານສາກົນມິດຕະພາບ 1 ນວ ລະຫວ່າງ ພັອ ບຸນສົງ ດາລາແສນ ຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ຜູ້ເກົ່າ ກັບ ທ່ານ ສົມລິດ ພັນທະຈັກ ຮັກສາການ ຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ຊົ່ວຄາວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີຄະນະຄຸ້ມຄອງດ່ານສາກົນ ພ້ອມດ້ວຍບັນດາຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 393/ຫສນຍ, ລົງວັນທີ 22 ກຸມພາ 2024 ກ່ຽວກັບການໂຮມການຈັດຕັ້ງດ່ານສາກົນຂົວມິດຕະພາບ 1 ນວ ແລະ ຜ່ານຮ່າງມະຕິຮັບຮອງຂອງສະພາປະຊາຊົນ ນວ ເລກທີ 113/ຄລ.ສປນວ, ລົງວັນທີ 3 ຕຸລາ 2024 ວ່າດ້ວຍການຮັບຮອງເອົາດ່ານສາກົນຂົວ ມິດຕະພາບ 1 ເປັນກົງຈັກການຈັດຕັ້ວຂອງອົງການປົກຄອງ ນວ.
ຄະນະຈັດຕັ້ງ ນວ ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ນວ ວ່າດ້ວຍການ ຍຸບເລີກໜ່ວຍພັກຮາກຖານ ຫ້ອງການບໍລິຫານດ່ານທ່າບົກ-ທ່ານາແລ້ງ ທີ່ຂຶ້ນກັບ ອົງຄະນະພັກ ນວ, ຜ່ານຂໍ້ຕົກລົງ ວ່າດ້ວຍການຖອນນາຍຕໍາຫຼວດ ທີ່ຂຶ້ນກັບ ປກສ ນວ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ນວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການ ຊົ່ວຄາວ ເລຂາຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ນວ. ຜ່ານຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງ ຮັກສາການຊົ່ວຄາວ ຫົວໜ້າດ່ານ ແລະ ຮອງຫົວໜ້າດ່ານສາກົນຂົວມິດຕະພາບ 1 ນວ ແລະ ມອບຂໍ້ຕົກລົງ ຂອງເຈົ້າຄອງ ນວ ວ່າ ດ້ວຍການແຕ່ງຕັ້ງຮັກສາການຊົ່ວຄາວ ຫົວໜ້າດ່ານ ແລະ ຮອງຫົວໜ້າດ່ານ ສາກົນຂົວມິດຕະພາບ 1 ນວ.
ທີ່ມາ: ຄວາມສະຫງົບ

