“ລາມິນ ຢາມາລ” ອາຍຸພຽງ 17 ປີ ຄວ້າ ແມນອອຟເດິແມດ

“ລາມິນ ຢາມາລ” ອາຍຸພຽງ 17 ປີ ຄວ້າ ແມນອອຟເດິແມດ ຫລັງຈົບເກມ ທີມຊາດສະເປນ ພົບກັບ ທີມຊາດຝຣັ່ງ ຍິງໄປ 2 ປະຕູ ແລະ ພາທີມເຊົ້າຮອບຊີງຊະນະເລີດ.
ການແຂ່ງຂັນບານ ຢູຟ້າ ເນຊັ່ນລີກ ລະຫວ່າງທີມຊາດສະເປນ ພົບກັບ ທີມຊາດຝຣັ່ງ ຄືນວັນທີ 5 ມິຖຸນາ 2025 ສູ້ກັນຢ່າງດຸເດືອດ ເຊິ່ງທີມຊາດສະເປນເອົາຊະນະ ທີມຊາດຝຣັ່ງໄປແບບສຸດມັນ 5-4 ຜ່ານເຂົ້າຮອບຊີງຊະນະເລີດ ເສິກຢູຟ້າ ເນຊັ່ນລີກ 2024-25 ແລະໄດ້ໄປພົບກັບ ໂປຕູເກດ ໃນນັດຊີງ ວັນອາທິດທີ 8 ມິຖຸນາ 2025.

