ສົກຮຽນ 2024-2025 ນະຄອນຫລວງວຽງຈັນ ມີນັກຮຽນຈະສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ວັນທີ 6 ມິຖຸນາ 2025 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ4 ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫລວງວຽງຈັນ (ນວ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ລາຍງານສະພາບການຫ້າງຫາກະກຽມ ໃຫ້ແກ່ການສອບເສັງໃນຄັ້ງນີ້ວ່າ: ນະຄອນຫລວງວຽງຈັນ ມີໂຮງຮຽນຊັ້ນ ມ 4 ມີ 179 ແຫ່ງ ມີ 11,391 ຄົນ ຍິງ 5,988 ຄົນ ແລະ ໂຮງຮຽນຊັ້ນ ມ7 ມີ 118 ແຫ່ງ ມີ 7 ມີ 9,164 ຄົນ ຍິງ 4,755 ຄົນ.
ການສອບເສັງຈົບຊັ້ນ ມ4 ແມ່ນວັນທີ 11-13 ມິຖຸນາ 2025 ຈັດເປັນ 29 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 11, 391 ຄົນ, ຍິງ 5,988 ຄົນ. ຫ້ອງສອບເສັງ 558 ຫ້ອງ ສະເລ່ຍຫ້ອງລະ 20-25 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ. ຈໍານວນກໍາມະການຍາມຫ້ອງທັງໝົດ 1,174 ຄົນ ເຊິ່ງໄດ້ຈັດຢູ່ແຕ່ລະເມືອງດັ່ງນີ້: ເມືອງ ຈັນທະບູລີ ຈັດເປັນ 1 ສູນສອບເສັງ ຢູ່ສູນ ມສ ວຽງຈັນ, ເມືອງ ສີໂຄດຕະບອງ ຈັດເປັນ 5 ສູນສອບເສັງ, ເມືອງ ໄຊເສດຖາ ຈັດເປັນ 4 ສູນ, ເມືອງສີສັດຕະນາກ ຈັດເປັນ 3 ສູນສອບເສັງ, ເມືອງ ນາຊາຍທອງ ຈັດເປັນ 3 ສູນສອບເສັງ, ເມືອງ ໄຊທານີ ມີ 7 ສູນສອບເສັງ, ເມືອງ ຫາດຊາຍຟອງ ຈັດເປັນ 2 ສູນ, ເມືອງ ສັງທອງ ຈັດເປັນ 1 ສູນສອບເສັງ ຢູ່ ມສ ສີທອງ ແລະ ເມືອງ ປາກງື່ມ ຈັດເປັນ 3 ສູນສອບເສັງ.
ສ່ວນການສອບເສັງຈົບຊັ້ນ ມ 7 ແມ່ນວັນທີ 18-20 ມິຖຸນາ 2025 ຈັດເປັນ 22 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 9,164 ຄົນ ຍິງ 4,755 ຄົນ ຫ້ອງສອບເສັງ 446 ຫ້ອງ ສະເລ່ຍຫ້ອງລະ 21-25 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ. ຈໍານວນກໍາມະການຍາມຫ້ອງທັງໝົດ 1,231 ຄົນ ເຊິ່ງໄດ້ຈັດຢູ່ແຕ່ລະເມືອງດັ່ງນີ້: ເມືອງ ຈັນທະບຸລີ ຈັດເປັນ 2 ສູນສອບເສັງ, ເມືອງສີໂຄດຕະບອງ ຈັດເປັນ 3 ສູນສອບເສັງ, ເມືອງໄຊເສດຖາ ຈັດເປັນ 3 ສູນສອບເສັງ, ເມືອງສີສັດຕະນາກ ຈັດເປັນ 2 ສູນສອບເສັງ, ເມືອງນາຊາຍທອງ ຈັດເປັນ 2 ສູນສອບເສັງ, ເມືອງໄຊທານີ ມີ 6 ສູນສອບເສັງ, ເມືອງຫາດຊາຍຟອງ ຈັດເປັນ 1 ສູນສອບເສັງ, ເມືອງສັງທອງ ຈັດເປັນ 1 ສູນສອບເສັງ ແລະ ເມືອງປາກງື່ມ ຈັດເປັນ 2 ສູນສອບເສັງ.
ທີ່ມາ: ໜັງສືພິມວຽງຈັນໃໝ່

