ປະກາດນາຍຕໍາຫລວດຂັ້ນສູງ ກະຊວງ ປກສ ອອກພັກການ-ຮັບອຸດໜູນບໍານານ, ແຕ່ງຕັ້ງຫົວໜ້າ ແລະ ຮອງກົມ

ວັນທີ 6 ມິຖຸນາ 2025 ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດ ນາຍຕໍາຫຼວດຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ ແລະ  ຮອງຫົວໜ້າກົມໃຫຍ່ ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ແລະ ດຳລັດ ນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດ ອອກພັກການ-ຮັບອຸດໜູນບຳນານ ມີ 3 ທ່ານ ຄື:

  1. ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ,
  2. ພົຕ ຈູມມະນີ ວົງມະນີ ຫົວໜ້າກົມໃຫຍ່ສັນຕິບານ
  3. ພົຈວ ໝູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.

ຜ່ານຂໍ້ຕົກລົງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ໃນນີ້ ໄດ້ອະນຸມັດ ໃຫ້ ພັອ ນາງ ວັດສະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ພັກການ-ຮັບອຸດໜູນບໍານານ.

ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ນາຍຕຳຫລວດຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ ຄື:

  1. ແຕ່ງຕັ້ງ ພົຈວ ຄອນສະຫວັນ ສົມພາໄຊ ເປັນຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ,
  2. ແຕ່ງຕັ້ງ ພົຈວ ແອນ ອຸ່ນອານົງນຸດ ເປັນຫົວໜ້າກົມໃຫຍ່ສັນຕິບານ,
  3. ແຕ່ງຕັ້ງ ພົຈວ ກອງສະຫວັດ ບຸນລ້ຽງ ເປັນຫົວໜ້າກົມໃຫຍ່ຕຳຫຼວດ.
  4. ແຕ່ງຕັ້ງ ພັອ ເພີນຄໍາ ແສງດາລາ ແລະ ພັອ ປອ ວຽງໄຊ ທໍາມະສິດ ເປັນຮອງຫົວໜ້າກົມໃຫຍ່ການເມືອງ ປກສ,
  5. ແຕ່ງຕັ້ງ ພັອ  ຄໍາໄພ ຄໍາພາວົງສ໌ ແລະ ພັອ ພັນ ວົງພະໄຕ ເປັນຮອງຫົວໜ້າກົມໃຫຍ່ສັນຕິບານ,
  6. ແຕ່ງຕັ້ງ ພັອ  ບຸນຫຼວງ ວິໄລສຸກ ແລະ ພັອ ສົມເພັດ ເພົ້າວົງດີ ເປັນຮອງຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ.

ໃນໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ພັກການ-ຮັບອຸໜູນບໍານານທີີ່ໄດ້ສຸມທຸກເຫື່ອແຮງຂອງຕົນເອງເຂົ້າໃນການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາເຮັດໃຫ້ມີຜົນສຳເລັດຫຼາຍດ້ານ, ພ້ອມນັ້ນ ທ່ານຍັງໄດ້ໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າປະຕິບັດແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບ ຂອງພັກ, ກົດໝາຍຂອງລັດ ແລະ ຂອງ ກະຊວງປ້ອງກັນຄວາມສະຫງົບວາງອອກ, ເພີ່ມທະວີເຮັດວຽກງານການເມືອງ-ແນວຄິດ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງທີ່ດີ ໃຫ້ແກນາຍແລະພົນຕໍາຫຼວດ ຢູ່ພາຍໃນກົມ ກອງ, ສືບຕໍ່ປັບປຸງແບບແຜນວິທີການນໍາພາ, ວິທີການເຮັດວຽກໃຫ້ດີ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເປັນເຈົ້າການຄົ້ນຄ້ວາວຽກງານ, ວາງແຜນການ ພ້ອມທັງນໍາພາເຮັດຕົວຈິງ, ມີການຕິດຕາມກວດກາຊຸກຍູ້, ຖອດຖອນ ບົດຮຽນ; ພ້ອມນັ້ນ, ກໍຍັງໃຫ້ເອົາໃຈໃສ່ເຮັດ ວຽກງານຄຸ້ມຄອງນາຍ ແລະ ພົນຕໍາຫຼວດຢ່າງແຂງແຮງ.