ແບບຢ່າງທີ່ດີ ມີທີ່ມາຈາກຜູ້ໃຫຍ່ເປັນຕົວຢ່າງ

ໂດຍ: ຜາຕຸງ

ວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົນ ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ  ແຕ່ລະປີເຮົາມັກໄດ້ຍິນເລື້ອຍໆກ່ຽວກັບຄຳຂວັນໃນວັນເດັກທີ່ແຕກຕ່າງຈາກກັນໄປຕາມແຕ່ລະໄລຍະເຊັ່ນວ່າ: ເດັກນ້ອຍໃນວັນໜີຄືຜູ້ໃຫຍ່ໃນວັນໜ້າ, ເດັກຄືອະນາຄົດອັນສົດໃສຂອງຊາດ, ເດັກນ້ອຍເປັນໜໍ່ແໜງຂອງຊາດຈະກາຍເປັນຜູ້ກຳໂຊກຊາຕາບ້ານເມືອງໃນອະນາຄົດ ແລະ ອື່ນໆອີກຫຼາຍຄຳເວົ້າທີ່ເຮົາມັກໄດ້ຍິນ ແລະ ການສະເຫຼີມສະຫຼອງ ວັນເດັກນ້ອຍສາກົນປີ 2025 ນີ້ດຳເນີນໄປ ພາຍໃຕ້ຄຳຂວັນທີ່ວ່າ: “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ”.

ນອກນີ້ ຍັງໄດ້ກຳນົດເປັນວັນປູກຕົ້ນໄມ້ແຫ່ງຊາດນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດ ຊອບຕໍ່ສັງຄົມ.

ເມື່ອໄດ້ຍິນຄຳເວົ້າກ່ຽວກັບເດັກນ້ອຍແລ້ວ ມັນກາຍເປັນຄຳເວົ້າທີ່ໜ້າປື້ມປິຕິຍິນດີນຳເຫຼົ່າເດັກນ້ອຍ ລູກຫຼາຍທີ່ສຸດ, ໃນຄວາມເປັນຈິງກໍອາດແມ່ນແນວນັ້ນແທ້ ເພາະພວກເຮົາທີ່ເປັນຜູ້ໃຫຍ່ໃນປັດຈຸບັນກໍປຽບດັ່ງໄມ້ໃກ້ຝັ່ງແລ້ວເດແມ່ນບໍ? ຄັນບໍ່ເອົາໃສ່ ສ້າງໃຫ້ເດັກນ້ອຍລູກຫຼານຜູ້ເກີດໃໝ່ໃຫຍ່ລຸນກາຍ ເປັນຜູ້ສືບທອດພາລະກິດຂອງຊາດແລ້ວ ພວກເຮົາຈະໄປອາໄສໄພເພິ່ງຜູ້ໃດອີກ ຈະອາໄສໄທບ້ານເພິ່ນເມືອງທ່ານມາສ້າງສາພັດທະນາໃຫ້ບໍ? ນັ້ນເປັນໄປໄດ້ຍາກທີ່ສຸດ ແລະໃນໂລກນີ້ກໍບໍ່ມີປະເທດໃດເຮັດດອກ ກໍອາໄສແຕ່ຄົນໃນປະເທດນັ້ນໆ ຫັ້ນລະເປັນຜູ້ສ້າງສາ ພັດທະນາປະເທດຕົນເອງ.

ເຮົາລອງມາຕັ້ງບັນຫາແລກປ່ຽນຮ່ວມກັນລອງເບິ່ງເນາະວ່າຈະມີຂໍ້ຄິດແນວໃດ, ຕາມຜູ້ຂຽນຄິດກ່ອນອື່ນເຮົາຕ້ອງເຂົ້າໃຈວ່າ ຢາກໃຫ້ເດັກນ້ອຍເປັນໄປໄດ້ທຸກຢ່າງໃນທາງທີ່ດີ ຫຼື ບໍ່ດີນັ້ນ ຕົ້ນແບບອັນສຳ ຄັນສຳລັບເຂົາເຈົ້າກໍເລີ່ມຈາກຜູ້ໃຫຍ່ໃນສັງຄົມ ລວມທັງພໍ່ແມ່ຜູ້ປົກຄອງຫັ້ນລະ ໂດຍສະເພາະແມ່ນຄົນໃນສະຖາບັນຄອບຄົວຄວນເປັນຕົວຢ່າງທີ່ດີໃຫ້ແກ່ເດັກນ້ອຍລູກຫຼານໃນທຸກດ້ານ ຈາກນັ້ນກໍແມ່ນສັງຄົມ ສິ່ງແວດລ້ອມອ້ອມຂ້າງ, ຫາກເດັກນ້ອຍໄດ້ຊຶມຊັບເອົາແຕ່ສິ່ງດີໆເຂົ້າພາຍໃນຈິດສຳນຶກແລ້ວ ເຊື່ອວ່າເວລາໃຫຍ່ກ້າໜ້າບາານຂຶ້ນມາ ເຂົາເຈົ້າກໍຈະເປັນຄົນຮູ້ຜູ້ດີຂອງສັງຄົມ ເຮັດວຽກເພື່ອຜົນປະໂຫຍຂອງຊາດຂອງສ່ວນລວມເປັນສຳຄັນ, ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ມາພັດທະນາບ້ານເມືອງໃຫ້ຈະເລີນເຂັ້ມແຂງ, ບໍ່ເປັນຄົນເຫັນແກ່ຕົວ ຈະບໍ່ຄິດຄົດທໍລະຍົດກອບໂກຍເອົາຂອງສ່ວນລວມ ຂອງວົງຄະນາຍາດແຫ່ງຊາດມາເປັນຂອງສ່ວນຕົວ, ດັ່ງນັ້ນຜູ້ໃຫຍ່ຈົ່ງເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ.

ການທີ່ເປັນແບບຢ່າງທີ່ດີໃຫ້ເດັກນ້ອຍນັ້ນ ເລີ່ມຈາກຕົວເຮົາເອງ ໃນທຸກດ້ານໃນການດຳລົງຊີວິດປະ ຈຳວັນໃນຄອບຄົວ, ການເຄື່ອນໄຫວໃນສັງຄົມ ລວມທັງການໄປການມາ ການກິນການດື່ມ ເພາະເດັກນ້ອຍລູກຫຼານເຂົາຊ່າງເປັນຄົນສັງເກດໃດ໋ ເຫັນແນວໃດເປັນສິ່ງໃໝ່ເຂົາກໍຢາກເຮັດນຳ ໃນທີ່ສຸດມັນກໍຊຶມຊັບເຂົ້າສູ່ລວງເລິກໃນຈິດສຳນຶກຂອງເຂົາ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025ວ່າ:

ເພື່ອຮັບປະກັນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສິດທິເດັກ ໃນດ້ານຕ່າງໆ ລັດຖະບານຈະສືບຕໍ່ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ ເພື່ອໃຫ້ເດັກລາວ ກາຍເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ ເປັນອະນາຄົດທີ່ສົດໃສຂອງຊາດ ດ້ວຍການຮ່ວມກັບອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກທຸກຂັ້ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວປະເທດ ເພື່ອຍົກສູງຄວາມສໍາຄັນຂອງເດັກ ດ້ວຍການສ້າງໂອກາດ, ສ້າງສະພາບແວດລ້ອມທີ່ອົບອຸ່ນປອດໄພ, ສ້າງອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ ເພື່ອຮັບປະກັນວ່າ ສິດທິທັງໝົດຂອງເດັກ ໄດ້ຮັບການປົກປ້ອງຄຸ້ມຄອງ, ຄວາມເປັນຢູ່ທີ່ດີ, ໃຫ້ຄວາມສຳຄັນ ແລະ ຮັບຟັງສຽງຂອງເຂົາເຈົ້າ.