ກຸ່ມບໍລິສັດພົງສະຫວັນ ຈຳກັດ MOU ສຶກສາສຳຫຼວດ, ອອກແບບ ແລະ ກໍ່ສ້າງທາງດ່ວນ ເເຕ່ນະຄອນຫຼວງວຽງຈັນ ໄຊສົມບູນ- ຊຽງຂວາງ- ຫົວພັນ-ດ່ານນໍ້າໂສຍ

ວັນທີ 30 ພຶດສະພາ 2025 ລັດຖະບານລາວ ສປປ ລາວ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ກັບ ກຸ່ມ ບໍລິສັດພົງສະຫວັນ ຈຳກັດ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກເເບບ ເເລະ ກໍ່ສ້າງໂຄງການທາງດ່ວນ (ເເລວທາງຕັດໃໝ່) ເເຕ່ນະຄອນຫຼວງວຽງຈັນ-ເເຂວງໄຊສົມບູນ-ເເຂວງຊຽງຂວາງ-ເເຂວງຫົວພັນ-ດ່ານນໍ້າໂສຍ (ຮອດຊາຍເເດນລາວ-ຫວຽດນາມ). ລະຫວ່າງທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ເເລະ ການລົງທຶນ ຕາງໜ້າລັດຖະບານ ແລະ ທ່ານ ສົມບູນ ພົງສະຫວັນ ປະທານ ຄະນະກຳມະການຂາຮຸ້ນ ຂອງກຸ່ມບໍລິສັດພົງສະຫວັນ ຈຳກັດ.
ທ່ານ ບົວຈັນ ອວນສະຫວັນ ຮັກສາການຜູ້ອຳນວຍການໂຄງການທາງດ່ວນ, ຕ່າງໜ້າໃຫ້ກຸ່ມ ບໍລິສັດພົງສະຫວັນ ຈຳກັດ ໄດ້ຂຶ້ນລາຍງານຄວາມເປັນມາຂອງໂຄງການ, ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕີ ໄດ້ມີຄຳເຫັນວ່າ: ລັດຖະບານ ເເຫ່ງ ສປປ ລາວ ໄດ້ເຫັນຄວາມສຳຄັນ, ຖືເອົາວຽກການພັດທະນາໂຄງລ່າງພື້ນຖານ ເພື່ອໃຫ້ຕອບສະໜອງເເກ່ການພັດທະນາເສດຖະກິດ-ສັງຄົມ ເເລະ ການເຊື່ອມໂຍງເຊື່ອມຈອດ ເເຂວງຕໍ່ເເຂວງ ເເລະ ສາກົນ ຈຶ່ງຢາກສຸກຍູ້ໃຫ້ບັນດາພາກເອກະຊົນ ທີ່ມີຄວາມເຂັ້ມເເຂງທາງດ້ານຖານະການເງິນ, ເປັນມືອາຊີບ ເເລະ ເຮັດເເທ້ທຳຈິງ ມາພັດທະນາ.
ສະນັ້ນ, ເພື່ອປະຕິບັດຕາມ ເເຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 846/ຫສນຍ, ລົງວັນທີ 21 ພຶດສະພາ 2025 ທີ່ມີທິດຊີ້ນຳດັ່ງນີ້: ເຫັນດີ ຕາມການສະເໜີຂອງກະຊວງແຜນການ ເເລະ ການລົງທຶນ ຄື: ເຫັນດີອະນຸມັດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການສຳຫຼວດ, ອອກເເບບ ເເລະ ກໍ່ສ້າງໂຄງການທາງດ່ວນ (ເເລວທາງຕັດໃໝ່) ເເຕ່ນະຄອນຫຼວງວຽງຈັນ-ເເຂວງໄຊສົມບູນ-ເເຂວງຊຽງຂວາງ-ເເຂວງຫົວພັນ-ດ່ານນໍ້າໂສຍ (ຮອດຊາຍເເດນລາວ-ຫວຽດນາມ), ສປປ ລາວ ຮ່ວມກັບກຸ່ມບໍລິສັດ ພົງສະຫວັນ ຈຳກັດ; ອາຍຸ MOU 24 ເດືອນ ຕາມໃບມອບສິດ ສະບັບເລກທີ 98/ນຍ, ລົງວັນທີ 12 ພຶດສະພາ 2025.
ພ້ອມນີ້, ໃຫ້ກະຊວງແຜນການ ເເລະ ການລົງທຶນ ເປັນເຈົ້າການສົມທົບກັບກະຊວງໂຍທາທິການ ເເລະ ຂົນສົ່ງ ເເລະ ພາກສ່ວນກ່ຽວຂ້ອງ ກຳນົດແຜນດຳເນີນງານວຽກໂຄງການໃຫ້ລະອຽດ ເເລະ ຄາດໝາຍເວລາປະຕິບັດ ເພື່ອບໍ່ໃຫ້ໂຄງການຖືກຊັກຊ້າ, ເເກ່ຍາວ ເເລະ ບໍ່ສາມາດປະຕິບັດໄດ້ຄືບໍລິສັດທີ່ເຮັດຜ່ານມາ.
ກຸ່ມບໍລິສັດພົງສະຫວັນ ຈໍາກັດ, ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ສຸດທີ່ມີຄວາມໝາຍ ແລະ ມີຄວາມສໍາຄັນຫລາຍ ຊຶ່ງສະແດງໃຫ້ເຫັນຄວາມມຸງໝັ້ນ ຂອງພັກ-ລັດ ຕ້ອງການພັດທະນາພື້ນຖານໂຄງລ່າງ, ດ້ານຄົມມະນາຄົມ-ຂົນສົ່ງ ຈາກນະຄອນຫຼວງວຽງຈັນ ໄປສູ່ບັນດາເເຂວງພາກເໜືອ, ກໍຄືໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ໃນສະໄໝຕໍ່ສູ້ປົດປ່ອຍຊາດ ແລະ ເຊື່ອມຕໍ່ໃສ່ປະເທດ ສສ ຫວຽດນາມ, ຢູ່ພາກເໜືອຂອງ ສປປ ລາວ, ເພື່ອຕອບສະໜອງໃຫ້ເເກ່ການ ພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການບໍລິການ ແລະ ທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວ ເເລະ ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນ ຫລຸດພົ້ນອອກຈາຄວາມທຸກຍາກເທື່ອລະກ້າວ.

