ສັ່ງໂຈະການຖົມດິນ ທີ່ລະເມີດລະບຽບການຢູ່ເມືອງຫາດຊາຍຟອງ

ວັນທີ 1 ມິຖຸນາ 2025 ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ສົມທົບກັບ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຂະແໜງເຄຫາ-ຜັງເມືອງ ສຸຂາພິບານ ແລະ ນໍ້າປະປາ ໜ່ວຍງານຕິດຕາມ ກວດກາຜັງເມືອງ ແລະ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນ ປກສ ກຸ່ມ 4 ສາລາຄໍາ ແລະ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ລົງຕິດຕາມກວດກາການລະເມີດຖົມດິນຂອງບຸກຄົນ ເພື່ອຍົກລະດັບໜ້າດິນ ຢູ່ແຄມທາງຫລວງສາຍຖະໜົນທ່າເດື່ອ ເຂດບ້ານໜອງແຫ້ວ ໂດຍບໍ່ໄດ້ຮັບອະນຸຍາດ.

ຜ່ານການລົງຕິດຕາມ ພົບເຫັນດິນໄຫລລົງຕັນທໍ່ລະບາຍນ້ຳ ແລະ ໄດ້ເຮັດບົດບັນທຶກກັບຜູ້ລະເມີດຖົມດິນ ຕາມເນື້ອໃນຂອງບົດບັນທຶກຜູ້ກ່ຽວໄດ້ມີການລັກລອບຖົມດິນໃນວັນທີ 30 ພຶດສະພາ 2025 ໂດຍທີ່ທາງຜູ້ກ່ຽວນັ້ນບໍ່ໄດ້ແຈ້ງເອກະສານໃດໆຕໍ່ພາກສ່ວນກ່ຽວຂ້ອງເພື່ອຂໍຮັບອະນຸຍາດ ໂດຍບໍ່ປະຕິບັດຕາມລະບຽບ ແລະ ບໍ່ຄໍານຶງເຖິງຜົນເສຍຕ່າງໆທີ່ຕາມມາ ເປັນຕົ້ນແມ່ນ ການລະເມີດຖົມດິນໃນລະດູຝົນ.
ອີງໃສ່ສະພາບອາກາດໃນປັດຈຸບັນບໍ່ເໝາະສົມໃນການຖົມດິນ ເພາະຈະສ້າງຜົນກະທົບຕໍ່ກັບສະພາບແວດລ້ອມ ເຮັດໃຫ້ເສັ້ນທາງເປື້ອນເປິະ, ບໍ່ສະອາດງາມຕາ, ການຈະລາຈອນບໍ່ສະດວກ, ເປັນບວກ, ດິນປຽກນໍ້າ ແລະ ມື່ນ ຍ້ອນມີຂີ້ດິນເປັນຕົມ ແລະ ດິນໄດ້ໄຫລລົງຕັນຮ່ອງລະບາຍນໍ້າແຄມທາງສະທາລະນະ ເຮັດໃຫ້ນໍ້າບໍ່ໄຫຼ ແລະ ເຮັດຕົ້ນໄມ້ທີ່ປູກຢູ່ແຄມທາງຫັກເສຍຫາຍ 3 ຕົ້ນ ລວມທັງຍັງເຮັດໃຫ້ໂຄງສ້າງເສັ້ນທາງຢູ່ບາງຈຸດນັ້ນກໍເປ່ເພນຳອີກ.

ດັ່ງນັ້ນ, ຫ້ອງການໂຍທາງເມືອງ ພະແນກ ແລະ ພາກສ່ວນກ່ຽວຂ້ອງ ຈື່ງໄດ້ຮ່ວມກັນແກ້ໄຂ ໂດຍໄດ້ສັ່ງໃຫ້ຜູ້ປະກອບການຢຸດໂຈະການຖົມດິນ ໃຫ້ໄປແຈ້ງເອກະສານນໍາພະແນກໂຍທານະຄອນຫລວງວຽງຈັນ ພ້ອມທັງໃຫ້ຈົກດິນອອກຈາກຮ່ອງລະບາຍນໍ້າ ແລະ ເຮັດອານາໄມທໍາຄວາມສະອາດເສັ້ນທາງໃຫ້ກັບຄືນສູ່ສະພາບເດີມ.
ທີ່ມາ: ໜັງສືພິມ ວຽງຈັນໃໝ່

