ມູນຄ່າການຄ້າຕ່າງປະເທດ ຂອງ ສປປ ລາວ ເດືອນເມສາ 2025 ບັນລຸປະມານ 1,570 ລ້ານໂດລາ ເກີນດຸນ 56 ລ້ານໂດລາ

ສູນຂໍ້ມຄນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວັນທີ 31 ພຶດສະພາ 2025 ນີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນ ເມສາ 2025 ບັນລຸໄດ້ປະມານ 1,570 ລ້ານໂດລາສະຫະລັດ, ມູນຄ່າການສົ່ງອອກ ປະມານ 813 ລ້ານໂດລາ ຫຼຸດລົງ 14% ທຽບໃສ່ ເດືອນ ມີນາ ແລະ ນຳເຂົ້າ ປະມານ 757 ລ້ານໂດລາ ດລົງ 4% ທຽບໃສ່ ເດືອນ ມີນາ  ແລະ ຕົວເລກເກີນດຸນປະມານ 56 ລ້ານໂດລາສະຫະລັດ.

 10 ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 151 ລ້ານໂດລາສະຫະລັດ, ເກືອກາລີ 90 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 67 ລ້ານໂດລາສະຫະລັດມັນຕົ້ນ 48 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 40 ລ້ານໂດລາສະຫະລັດ, ແຮ່ທອງ 37 ລ້ານໂດລາສະຫະລັດ, ຢາງພາລາ 27 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 22 ລ້ານໂດລາສະຫະລັດ, ໝາກກ້ວຍ 22 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 20 ລ້ານໂດລາສະຫະລັດ,

 10 ສິນຄ້ານໍາເຂົ້າຫຼັກປະກອບມີ: ຜະລິດຕະພັນເຄມີປະສົມສໍາເລັດຮູບ 91 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 84 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 68 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 61 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 49 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 43 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 25 ລ້ານໂດລາສະຫະລັດ, ນໍ້າຕານ 18 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 17ລ້ານໂດລາສະຫະລັດ, ລົດໄຖນາ 2 ລ້ານໂດລາສະຫະລັດ.

5 ອັນດັບປະເທດທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດ ປະກອບມີ: ຈີນ ປະມານ 279 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 193 ລ້ານໂດລາສະຫະລັດ, ໄທ ປະມານ 156 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ 73 ລ້ານໂດລາສະຫະລັດ ແລະ ອົດສະຕາລີ ປະມານ 43 ລ້ານໂດລາສະຫະລັດ,

5 ອັນດັບ ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ ປະກອບມີ: ຈີນ ປະມານ 298 ລ້ານໂດລາສະຫະລັດ, ໄທ ປະມານ 280 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 106 ລ້ານໂດລາສະຫະລັດ, ຢີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ ແລະ ສ.ອາເມລິກາ ປະມານ 12 ລ້ານ ໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ເມສາ ປີ 2025 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).