ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ວັນທີ 30 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ນີ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:

ວາລະທີ 1: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພຶດສະພາ 2025 ກອງປະຊຸມ ເຫັນວ່າ: ການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2025 ສໍາເລັດຫລາຍດ້ານ ເປັນຕົ້ນ:
- ທົ່ວປະເທດ ສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 31,773 ຕື້ກີບ ເທົ່າກັບ 93% ຂອງແຜນ 6 ເດືອນຕົ້ນປີ;
- ແຜນລາຍຈ່າຍ ປະຕິບັດໄດ້ 21,682 ຕື້ກີບ ເທົ່າກັບ 56.26% ຂອງແຜນ 6 ເດືອນຕົ້ນປີ
- ສາມາດຄວບຄຸມອັດຕາເງິນເຟີ້ຫຼຸດລົງ ຈາກ 11.1% ໃນເດືອນຜ່ານມາ ຢູ່ໃນລະດັບ 8.3%
- ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ ບໍ່ຫຼຸດ 5 ເດືອນ
- ສາມາດຊໍາລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ທີ່ຄົບກຳນົດຊຳລະຕາມແຜນ
- ສາມາດເກັບຄືນໜີ້ສິນຈາກບັນດາບໍລິສັດໄດ້ຈໍານວນໜຶ່ງ, ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ (ບໍໍ່ລວມນໍາເຂົ້າ-ສົ່ງອອກໄຟຟ້າ) ບັນລຸ 1,310 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າ ບັນລຸ 662 ລ້ານກວ່າໂດລາ, ທຽບເດືອນຜ່ານມາ ເພີ່ມຂຶ້ນ 16.2%, ເກີນດຸນການຄ້າ 14 ລ້ານກວ່າໂດລາ
- ໄດ້ສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ໂດຍສະເພາະ ຜະລິດເຂົ້ານາແຊງ ສາມາດເກັບກ່ຽວໃນເນື້ອທີ່ທັງໝົດ 49,468 ເຮັກຕາ.
- ໄດ້ເອົາໃຈໃສ່ຄຸ້ມຄອງ, ສົ່ງເສີມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ
- ໄດ້ອະນຸມັດການລົງທຶນ ໃນກິດຈະການສໍາປະທານ ຈຳນວນ 7 ໂຄງການ ມູນຄ່າ 9,244 ຕື້ກີບ ກັບ 3 ລ້ານໂດລາ
- ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວຂຶ້ນ. ໃນນີ້, ໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ປະຕິບັດໄດ້ 97.3%, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ກ້ອນຕື້ນ-ຫ້ວຍແກ້ວ ປະຕິບັດໄດ້ 98.85%, ດໍາເນີນການກໍ່ສ້າງຟື້ນຟູທາງເລກທີ 13 ເໜືອ, ພ້ອມທັງ ສຸມໃສ່ບູລະນະ ແລະ ສ້ອມແປງບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ
- ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານທາງລົດໄຟ ໂດຍສະເພາະ ການຂົນສົ່ງລາງສູ່ລາງ ລະຫວ່າງ ລົດໄຟລາວ-ໄທ ແລະ ລົດໄຟລາວ-ຈີນ ຕິດພັນກັບການບໍລິການທ່າບົກທ່ານາແລ້ງ, ບໍລິສັດລົດໄຟລາວ-ຈີນ ແລະ ລົດໄຟແຫ່ງຊາດ
- ໄດ້ສືບຕໍ່ເອົາໃຈໃສ່ປະຕິບັດບັນດາມາດຕະການ ໃນການແກ້ໄຂບັນຫາການຂາດແຄນຄູ ໂດຍໄດ້ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູ ແລະ ເສີມຂະຫຍາຍການຫັນເອົາຄູສັນຍາຈ້າງ ເຂົ້າເປັນທະຫານຕາມໂກຕ້າທະຫານພັນທະ
- ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິ 05 ຂອງສະພາແຫ່ງຊາດ
- ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີພິບໄຫວ ເປັນຕົ້ນ ການນໍາພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ. ໃນນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສຳເລັດການເດີນທາງຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ) ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ, ໄດ້ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການຂອງຜູ້ນໍາປະເທດເພື່ອນມິດ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2025, ກອງປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
- ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນວຽກກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງ
- ສຸມໃສ່ຮັກສາຄວາມສະຫງົບຕາມຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍລົງ, ທັງເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ.
- ສືບຕໍ່ກະກຽມເນື້ອໃນ ທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ສໍາລັບບົດລາຍງານລວມຂອງລັດຖະບານ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງເນື້ອໃນ ໃຫ້ຄົບຖ້ວນສົມບູນ ແລະ ໃຫ້ກະຊວງກ່ຽວຂ້ອງ ກະກຽມບົດລາຍງານ ຂອງຂະແໜງການຕົນ ໃຫ້ສຳເລັດ.
- ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ເປັນຕົ້ນ: ສືບຕໍ່ສ້າງຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ເຂັ້ມແຂງ, ພັດທະນາເຄື່ອງມືປະເມີນອັດຕາແລກປ່ຽນ ແລະ ລວມສູນການແລກປ່ຽນເງິນຕາຕ່າງປະເທດ, ຄົ້ນຄວ້າການດັດສົມເງິນຕາຕ່າງປະເທດ ໃຫ້ແກ່ຫົວໜ່ວຍນຳເຂົ້າສິນຄ້າບູລິມະສິດຢູ່ ສປປ ລາວ,ກວດກາທຸລະກໍາການຂໍອະນຸຍາດໂອນເງິນອອກ ສປປ ລາວ ຂອງທະນາຄານທຸລະກິດ, ປັບປຸງກົນໄກ ແລະ ເຄື່ອງມືຄຸ້ມຄອງເງິນຕາຕ່າງປະເທດ
- ຊຸກຍູ້ການຜະລິດສິນຄ້າກະສິກໍາ ໃນລະດູຝົນ, ຕິດຕາມ ເເລະ ລາຍງານສະພາບລາຄາສິນຄ້າໃນທ້ອງຕະຫລາດ ຢູ່ບັນດາເເຂວງ ແລະ ນະຄອນຫລວງ, ຄົ້ນຄວ້າຮ່າງນິຕິກໍາຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ແລະ ຮີບຮ້ອນປັບປຸງ ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ໃຫ້ສຳເລັດໄວ ແລະ ສາມາດປະກາດໃຊ້ໄດ້
- ສືບຕໍ່ເລັ່ງພັດທະນາລະບົບຄຸ້ມຄອງເກັບລາຍຮັບສໍາຄັນຕ່າງໆ, ລະບົບຄຸ້ມຄອງການເຄື່ອນຍ້າຍ ແລະ ຢັ້ງຢືນຄຸນນະພາບແຮ່ທາດ ແລະ ອື່ນໆ.
- ສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ຫລື ເກີນແຜນ, ທັງປະຕິບັດລາຍຈ່າຍຢ່າງຮັດກຸມ ປະຢັດມັດທະຍັດ. ໃນນັ້ນ, ສຸມໃສ່ປະຕິບັດລາຍຈ່າຍທີ່ຈໍາເປັນ, ນໍາໃຊ້ເງິນເກີນແຜນປີ 2024 ຖືກຕ້ອງຕາມທີ່ລັດຖະບານ ໄດ້ຕົກລົງ.
- ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ການສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມຄາດໝາຍທີ່ສູນກາງກຳນົດ.
- ສຸມໃສ່ປັບປຸງແກ້ໄຂເສັ້ນທາງທີ່ເປ່ເພ ໃຫ້ສາມາດນໍາໃຊ້ໄດ້ຢ່າງເປັນປົກກະຕິ ໃນໄລຍະລະດູຝົນ. ໃນໄລຍະລະດູຝົນນີ້, ໃຫ້ເອົາໃຈໃສ່ຕິດຕາມ ການບໍລິຫານນ້ຳຢູ່ອ່າງເກັບນ້ຳຂອງບັນດາເຂື່ອນ, ການປ່ອຍນໍ້າອອກຈາກເຂື່ອນ ເພື່ອເຝົ້າລະວັງ, ກະກຽມປ້ອງກັນ ຮັບມືແກ້ໄຂສະພາບນໍ້າຖ້ວມທີ່ອາດເກີດຂຶ້ນ.
- ເອົາໃຈໃສ່ຕິດຕາມແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ ທີ່ເກີດຈາກໂຄງການລົງທຶນຕ່າງໆ.
- ສ້າງຂະບວນການປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແນໃສ່ເພີ່ມຄວາມເປັນສີຂຽວ ແລະ ອັດຕາການປົກຫຸ້ມຂອງປ່າ ໃຫ້ຫລາຍຂຶ້ນ ໄປພ້ອມໆກັບການສະຫລອງວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມສາກົນ ໃຫ້ເໝາະສົມ ຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດເຮົາ.
- ສືບຕໍ່ສຸມໃສ່ແກ້ໄຂບັນຫາຂາດແຄນຄູສອນ ແລະ ການປະລະການຮຽນ ໃຫ້ແຂງແຮງຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ດຳເນີນການສອບເສັງໃນຊັ້ນຮຽນຕ່າງໆ ໃຫ້ດີ, ບໍ່ໃຫ້ມີຫາງສຽງ.
- ສືບຕໍ່ພັດທະນາສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫລາຍຂຶ້ນ, ເອົາໃຈໃສ່ເກັບກໍາ ແລະ ຄຸ້ມຄອງຈໍານວນແຮງງານ ທີ່ປະເທດໃກ້ຄຽງສົ່ງກັບຄືນມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບ.
- ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດປິ່ນອ້ອມ
- ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃນເດືອນມິຖຸນາ 2025.
ສ່ວນບັນດາບົດລາຍງານ ເປັນຕົ້ນ:
- ລາຍງານໂດຍຫຍໍ້ ກ່ຽວກັບຫົວຂໍ້ ແລະ ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025
- ລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030)
- ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ
- ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ລາຍງານ ກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ
- ລາຍງານກ່ຽວກັບນະໂຍບາຍການການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່
- ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ.
ກອງປະຊຸມ ໄດ້ເຫັນດີດ້ານຫລັກການ ຮັບຮອງເອົາບັນດາບົດລາຍງານດັ່ງກ່າວ, ພ້ອມທັງຊີ້ນຳພາກສ່ວນກ່ຽວຂ້ອງ ນຳໄປປັບປຸງ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນສົມບູນ, ເປັນເອກະພາບທາງດ້ານໂຄງຮ່າງບົດລາຍງານ, ຕົວເລກຕ່າງໆ ແລະ ໃຫ້ສຳເລັດທັນຕາມກຳນົດເວລາ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື:
- ຮ່າງຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2035 ແລະ ວິໄສທັດຮອດປີ 2040
- ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ການກູ້ຢືມໂດຍກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າປະກັນການໃຫ້ກູ້ຢືມ
- ຮ່າງດໍາລັດ ວ່າດ້ວຍໜຶ່ງເມືອງ ໜຶ່ງຜະລິດຕະພັນ
- ຮ່າງດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ
- ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ
- ຮ່າງດໍາລັດ ວ່າດ້ວຍສະຖານທີ່ທ່ອງທ່ຽວ
- ການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍປະກັນສັງຄົມ.
ທີ່ມາ: ກົມປະຊາສຳພັນ ຫສນຍ

