ອ້າຍເຂີຍຫື່ນກາມ ຂ້າຂົ່ມຂືນນ້ອງເມຍ ຢູ່ເມືອງພູວົງ ແຂວງອັດຕະປື

ຂ່າວ ປກສ ແຂວງອັດຕະປື ລາຍງານ ວັນທີ 30 ພຶດສະພາ 2025 ນີ້ວ່າ: ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງອັດຕະປື ໄດ້ນຳເອົາຕົວ ທ້າວ ຈັນທະວົງ (ຈ່ອຍ) ອາຍຸ 40 ປີ ອາຊີບທະຫານ ຢູ່ບ້ານວົງສົມພູ ເມືອງພູວົງ ແຂວງອັດຕະປື ມາທຳແຜນເພື່ອປະກອບໃສ່ຄຳຮັບສາລະພາບໃນຄະດີຄາຕະກຳ ນາງຫັດ ອາຍຸ 17 ປີ ເຊິ່ງເປັນນ້ອງເມຍຂອງຜູ້ກໍ່ເຫດເອງ.

ທ້າວ ຈັນທະວົງຜູ້ກໍ່ເຫດໄດ້ໃຫ້ການວ່າ: ວັນທີ 28 ກຸມພາ ຜ່ານມາ ຫຼັງຈາກເລີກການຕອນສວາຍກັບມາເຮືອນແລ້ວ ຍ່າງໄປເຮືອນແມ່ເຖົ້າ ເຫັນນາງຫັດຜູ້ເປັນນ້ອງເມຍນອນຫຼິ້ນໂທລະສັບຢູ່ຄົນດຽວ ເລີຍເກີດມີແນວຄິດຢາກຂົ່ມຂື່ນເພາະໄດ້ຫຼົງມັກມາແຕ່ດົນ ຈຶ່ງໄດ້ເອົາສາຍອອກຮັດໃສ່ຄໍນາງຫັດ ພ້ອມບີບຄໍ ແລ້ວເອົາຫົວເຂົ່າເຕັງໃສ່ຫຼັງປະມານ 1 ນາທີ ຈົນໝົດສະຕິ ແລ້ວຮ່ວມເພດກັບນາງຈົນສຳເລັດ. ຈາກນັ້ນກໍໄປຫຼິ້ນຢູ່ເຮືອນພີ່ນ້ອງແບບໜ້າຕາເສີຍ ປະໃຫ້ຄອບຄົວພີ່ນ້ອງວຸ່ນກັນເລື່ອງນ້ອງເມຍເສຍຊີວິດ  ແລະ ຕົນເອງບໍ່ໄດ້ໄປຊ່ວຍເຫຼືອຫຍັງນັ່ງຢູ່ໃນເຮືອນ. ຮອດເວລາປະມານ 14:00ໂມງ ຂອງວັນທີ 1 ມີນາ 2025 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ.

ຜ່ານການສັງເກດຕີລາຄາຂອງເຈົ້າໜ້າທີ່ຕຳຫຼວດສືບສວນ – ສອບສວນຢ່າງຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າພຶດຕິກຳຂອງ ທ້າວຈັນທະວົງ ເປັນການກະທຳຜິດທາງອາຍາ ເຊິ່ງຄົບ 4 ອົງປະກອບຂອງການກະທຳຜິດຕາມມາດຕາ 12 ທີ່ລະບຸໄວ້ໃນກົດໝາຍອາຍາ ແລະ ມາດຕາ 118 ຂອງປະມວນກົດໝາຍອາຍາ ສະບັບປັບປູງປີ 2017 ແຕະຕ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ດັ່ງນັ້ນ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຈຶ່ງໄດ້ສົ່ງສຳນວນຄະດີໃຫ້ໄອຍະການປະຊາຊົນ ເພື່ອສັ່ງຟ້ອງສານຕັດສິນລົງໂທດຕາມລະບຽບກົດໝາຍ.