ລາວ-ຈີນຮ່ວມມືສົ່ງເສີມດ້ານການທ່ອງທ່ຽວ

ກອງປະຊຸມເຜີຍແຜ່ຂໍ້ມູນການທ່ອງທ່ຽວແຂວງຫູເປີ່ຍ ສປ.ຈີນ ແລະ ລາວ, ໄດ້ຈັດຂຶ້ນ ໃນເຊົ້າວັນທີ 18 ທັນວານີ້, ທີ່ ນະຄອນຫລວງວຽງຈັນ, ໂດຍ ການເຂົ້າຮ່ວມຂອງທ່ານນາງ ເຢນພູລິວ ຫົວໜ້າກົມພັດທະນາ ການທ່ອງທ່ຽວແຂວງຫູເປີ່ຍ ແລະ ທ່ານ ນາງ ພອນມະລີ ອິນ ທະພົມ ຮອງຫົວໜ້າກົມພັດ ທະ ນາການທ່ອງທ່ຽວ, ກະຊວງ ຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາຫົວ ໜ່ວຍທຸລະກິດທ່ອງທ່ຽວ ລາວ- ຈີນ ເຂົ້າຮ່ວມ.
+ ການທ່ອງທ່ຽວໜຶ່ງໃນອຸດສະຫະກຳແບບຍືນຍົງ
+ ລາວ-ຈີນເປີດປຶ້ມດື່ມນ້ຳຮ່ວມສາຍດຽວກັນຄວາມຮູ້ກ່ຽວກັບຄວາມຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ
ຫົວໜ້າກົມພັດທະນາ ການ ທ່ອງທ່ຽວແຂວງຫູເປີ່ຍໃຫ້ຮູ້ ວ່າ: ແຂວງຫູເປີ່ຍເປັນ ແຂວງ ໜຶ່ງ, ຕັ້ງຢູ່ພາກກາງຂອງ ສປ ຈີນ, ມີເນື້ອທີ່ 185.900 ຕາ ແມັດ, ມີປະຊາກອນ ທັງໝົດ 60 ລ້ານກວ່າຄົນ, ມີແມ່ນໍ້າ ຢັງຊີຈຽງໄຫລຜ່ານ ເຊິ່ງ ແຂວງດັ່ງກ່າວໄດ້ມີປະຫວັດ ສາດອັນ ຍາວນານ, ມີສະຖານ ທີ່ທ່ອງທ່ຽວທາງທໍາມະຊາດ, ວັດທະນະທຳ ແລະ ປະຫວັດ ສາດຫລາຍແຫ່ງທີ່ສາມາດ ດຶງ ດູດ ນັກທ່ອງທ່ຽວໃຫ້ເດີນທາງ ໄປທ່ຽວຊົມ ໄດ້ເປັນຈຳນວນ ຫລວງຫລາຍໃນແຕ່ລະປີ, ໃນນັ້ນ ເມືອງວູຫັ່ນ ເປັນເທສະ ບານແຂວງ ແລະ ເປັນຈຸດໃຈ ກາງ ຂອງການຄົມມະນາຄົມ ຂົນສົ່ງຂອງປະເທດຈີນ, ພູວູຕັ່ງ ເປັນແຫລ່ງກຳເນີດຂອງສາ ສະໜາເຕົ໋າ, ປ່າເຊີນຫລົງເຍ ເປັນປ່າຕຶບໜາ, ເຊິ່ງປ່າດັ່ງກ່າວ ແມ່ນມີຄົນປ່າບູຮານອາໄສຢູ່, ເຂື່ອນໄຟຟ້າຊັນເຊຍ ຕັ້ງຢູ່ເທິງ ແມ່ນ້ຳ ຢັງຊີຈຽງ ແລະ ເປັນ ເຂື່ອນໄຟຟ້າທີ່ໃຫຍ່ທີ່ສຸດໃນ ປະເທດຈີນ, ພ້ອມນີ້, ນັກທ່ອງ ທ່ຽວຍັງສາມາດນັ່ງເຮືອຊົມ ທະເລສາບຕົງຫູ ທີ່ອ້ອມຮອບ ໄປດ້ວຍທິວທັດທຳມະຊາດ ທີ່ສວຍງາມ, ພ້ອມທັງທ່ຽວ ຊົມວິຖີຊີວິດຂອງຊາວເມືອງ ວູຫັ່ນ, ຊຶ່ງເປັນເມືອງໃຫຍ່ທີ່ ງຽບສະຫງົບທັງເປັນສູນລວມ ຂອງການເດີນທາງທັງທາງ ບົກ ແລະ ທາງອາກາດ.
ການເຜີຍແຜ່ດັ່ງກ່າວ ເປັນການຮ່ວມມືດ້ານການ ທ່ອງທ່ຽວຂອງສອງປະເທດ ທີ່ສຳຄັນ, ໂດຍສະເພາະການ ຮ່ວມມືດ້ານຂະແໜງການ ທ່ອງທ່ຽວລາວ ແລະ ຫູເປີ່ຍທີ່ ຈະໄດ້ຮ່ວມກັນສົ່ງເສີມດຶງດູດເອົານັກທ່ອງທ່ຽວເດີນທາງ ມາທ່ອງທ່ຽວທັງສອງປະເທດ ໃຫ້ຫລາຍຂຶ້ນ, ເນື່ອງຈາກວ່າ ປີ 2018 ເປັນປີທ່ອງທ່ຽວ ລາວ, ຊຶ່ງແຂວງຫູເປີ່ຍ ຈະເປັນ ແຮງກະຕຸກຊຸກຍູ້ການທ່ອງ ທ່ຽວລາວໃຫ້ຫລາກຫລາຍ, ໂດຍສະເພາະການນຳເອົາ ສະຖານທີ່ທ່ອງທ່ຽວຂອງ ລາວ ໄປໂຄສະນາເຜີຍແຜ່ ໃຫ້ນັກທ່ອງທ່ຽວແຂວງຫູ ເປ່ີຍມາທ່ຽວ ສປປ ລາວ ນັບ ມື້ຫລາຍຂຶ້ນ.

