ສ້າງອະນາຄົດ ອັນສົດໃສໃຫ້ເດັກນ້ອຍໃນມື້ນີ້ ກາຍເປັນຜູ້ສືບທອດທີ່ດີຂອງຊາດ

https://www.facebook.com/photo/?fbid=620436366791222&set=a.620436340124558

ໂດຍ: ຜາຕຸງ

“ເດັກນ້ອຍໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າ” ເປັນຄຳເວົ້າທີ່ທຸກຄົນຕ່າງກໍຮູ້ ເຊິ່ງທຸກໆຄົນລ້ວນແຕ່ຜ່ານໄວເດັກ ແຕ່ເດັກນ້ອຍໃນມື້ນີ້ ຈະກາຍເປັນເດັກດີມີຄຸນນະພາບໃນມື້ໜ້າກໍຍ້ອນເອົາໃຈໃສ່ເບິ່ງແຍງລ້ຽງດູ, ສຶກສາອົບຮົມ, ການໃຫ້ຄຳປຶກສາຫາລືນຳເຂົາເຈົ້າ. ຊີວິດໄວເດັກນ້ອຍຈຶ່ງເປັນສິ່ງສຳຄັນ ແລະ ຈຳເປັນຢ່າງຍິ່ງຂອງ ສະຖາບັນຄອບຄົວ ນອກນັ້ນຍັງແມ່ນສະຖາບັນການສຶກສາ, ສັງຄົມອ້ອມຂ້າງຄວນສ່ອງແສງສະທ້ອນແຕ່ສິ່ງທີ່ດີ ມີຄຸນຄ່າຕໍ່ສັງຄົມຕໍ່ປະເທດຊາດບ້ານເມືອງ ຕົ້ນຕໍແມ່ນການສຶກສາອົບອົມບົ່ມເພາະໃຫ້ເຂົາເຈົ້າໄດ້ຊຶມຊັບເອົາແຕ່ສິ່ງທີ່ດີທີ່ຖືກຕ້ອງແຕ່ຍາມຍັງນ້ອຍ ເພື່ອວ່າບາດໃຫຍ່ຂຶ້ນມາແລ້ວ ເດັກນ້ອຍເຫຼົ່ານັ້ນຈະເປັນຄົນດີຂອງຄອບຄົວ, ສັງຄົມ ແລະ ປະເທດຊາດ.

ແນວໃດກໍດີ ຜ່ານມາກໍຄືປັດຈຸບັນ ພັກ-ລັດຖະບານໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ເດັກນ້ອຍທີ່ເປັນອະນາຄົດອັນສົດໃສຂອງຊາດ ແຕ່ລະປີໄດ້ສຸມທຶນຮອນມະຫາສານເຂົ້າໃນວຽກງານແມ່ ແລະ ເດັກດ້ວຍການຈັດຕັ້ງປະຕິບັດວຽກງານງານນີ້ຢ່າງຈິງຈັງ ໂດຍໄດ້ໃຫ້ສັດຕະຍາບັນວາ: ສປປ ລາວ ຢືນຢັນ ຈະປະຕິບັດ ເປົ້າໝາຍຢຸດຕິຄວາມທຸກຍາກຂອງເດັກໃນວັນເດັກນ້ອຍໂລກ ຊຶ່ງໜຶ່ງໃນນັ້ນ ແມ່ນວັນ ເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ, ພໍຮອດວັນສຳຄັນນີ້ມາເຖິງໃນແຕ່ລະປີ, ພັກ-ລັດຖະບານ ຍັງໄດ້ຖືໂອກາດນີ້ ຈັດຕັ້ງສະເຫຼີມ ສະຫຼອງວັນດັ່ງກ່າວ ດ້ວຍຮູບການຕ່າງໆໂດຍມີຈຸດປະສົງເພື່ອປູກຈິດສຳນຶກທົ່ວປວງຊົນໃຫ້ລະນຶກເຖິງຄວາມສຳຄັນຂອງເດັກນ້ອຍລາວບັນດາເຜົ່າຮ່ວມກັບເດັກທົ່ວໂລກ.

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເປັນວັນທີ່ມີຄວາມໝາຍ, ຄວາມສຳຄັນຫຼາຍ ສຳລັບເດັກນ້ອຍທຸກຄົນ ຊຶ່ງເດັກນ້ອຍໃນວັນນີ້ຈະກາຍເປັນຜູ້ໃຫຍ່ໃນວັນໜ້າ ແລະ ຖ້າຫາກເດັກໄດ້ຮັບການເບິ່ງແຍງດູແລ ແລະ ສຶກສາອົບຮົມບົ່ມສອນຢ່າງເໝາະສົມເຂົາເຈົ້າກໍຈະກາຍ ເປັນຊັບພະຍາກອນມະນຸດທີ່ແຂງແຮງ, ມີສະຕິປັນຍາທີ່ດີ, ມີອະນາຄົດທີ່ແຈ່ມໃສສາມາດເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຊຶ່ງຍາມໃດພັກ-ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານການພັດທະນາສຸຂະພາບ ແລະ ການສຶກສາສໍາລັບເດັກນ້ອຍ, ຮັບປະ ກັນ ສິດພື້ນຖານຂອງເດັກດ້ວຍການສ້າງທຸກເງື່ອນໄຂໃຫ້ເດັກໄດ້ຮັບການພັດທະນາຢ່າງຮອບດ້ານແນ ໃສ່ໃຫ້ເດັກມີຄວາມສົມບູນທາງທາງຮ່າງກາຍ, ຈິດໃຈ, ມັນສະໝອງ, ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ, ເປັນອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.

ຖ້າຈະເວົ້າໄປແລ້ວ ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ, ເປັນຄັງສົມບັດລວມຂອງຊາດ ແລະ ເປັນມໍລະດົກອັນລ້ຳເລີດທີ່ບໍ່ສາມາດປະເມີນມູນຄ່າໄດ້. ເດັກນ້ອຍຂອງຊາດໃດເຂົາເຈົ້າກໍເປັນຜູ້ສືບທອດພາລະກິດຂອງຊາດນັ້ນຍັງ ເປັນຜູ້ສືບສານຮີດຄອງ, ວັດທະນະທຳ, ເຕັກນິກວິທະຍາ ສາດທີ່ບັນພະບູລຸດສ້າງໄວ້ໃຫ້ຍືນຍົງ ແລະ ຂະຫຍາຍຕົວກໍເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລກ້າວໜ້າຍິ່ງໆຂຶ້ນ. ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ກໍຄືຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນຜູ້ສືບທອດທີ່ດີໃນວັນໜ້າ. ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຄົນຕັດ ສິນຊາຕາກຳຕໍ່ປະເທດຊາດກໍຄືຄວາມຢູ່ດີກິນດີ ແລະ ຮັ່ງມີຜາສຸກຂອງປະຊາຊົນກໍຄືຄວາມຈະເລີນຮຸ່ງ ເຮືອງຂອງບ້ານເມືອງ.

ສະນັ້ນ, ທຸກພາກສ່ວນໃນສັງຄົມຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ຄອບຄົວຂອງເດັກ ຈົ່ງພ້ອມກັນເອົາໃຈໃສ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ ແລະ ພໍ່ແມ່ຜູ້ປົກຄອງຈົ່ງເອົາໃຈໃສ່ເບິ່ງແຍງລ້ຽງດູເດັກໃຫ້ເຕີບໃຫຍ່, ເອົາໃຈໃສ່ຮັກສາຄວາມປອດໄພຂອງເດັກ, ຊຸກຍູ້ ແລະ ສົ່ງເສີມການພັດທະນາເດັກຢ່າງຮອບດ້ານ, ປົກປ້ອງເດັກຈາກໄພອັນຕະລາຍຕ່າງໆ, ອຳນວຍຄວາມສະດວກໃຫ້ເດັກໄດ້ຮັບການສຶກສາ, ໄດ້ເຂົ້າຮຽນໃຫ້ເປັນຄົນດີຂອງຄອບຄົວ, ສັງຄົມ ແລະ ເປັນຜູ້ສືບທອດພາລະກິດຂອງປະເທດຊາດ.
ຂໍໃຫ້ເດັກນ້ອຍລາວທຸກຄົນ ໃນຂອບເຂດທົ່ວປະເທດຈົ່ງມີສຸຂະພາບທີ່ແຂງແຮງ, ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນນັກຮຽນດີຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງຊາດ ທີ່ສຳຄັນຈົ່ງເອົາໃຈໃສ່ສຶກສຮ່ຳຮຽນ ໃຫ້ມີວິຊາຄວາມຮູ້, ມີສະຕິປັນຍາ, ມີຄຸນສົມບັດກາຍເປັນພົນລະເມືອງໜຸ່ມແໜ້ນມີຄຸນນະພາບຂອງປະເທດຊາດ.