ໄລຍະ 5 ເດືອນຂອງປີ 2025 ປະກັນສັງຄົມເກັບເງິນເຂົ້າຄັງໄດ້ 600 ກວ່າຕື້ກີບ

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານເນື່ອງໃນໂອກາດ ທ່ານ ບຸນຕາ ເທບພະວົງ ກຳມະການຄະນະປະຈໍາສະພາແຫ່ງຊາດ, ກຳມາທິການວັດທະນະທໍາ-ສັງຄົມ ຕິດຕາມ ກວດກວດ ແລະ ຊຸມຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ບັນ ດາກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນພັດທະນາຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ປີ 2025 ວັນທີ 28 ພຶດສະພາ 2025 ນີ້ວ່າ:

ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດງົບປະມານ ເຫັນວ່າມີຄວາມຄ່ອງຕົວດີສາມາດຈັດຕັ້ງປະຕິບັດໄດ້ຕາມແຜນ ແລະ ທັນກັບກຳນົດເວລາໂດຍພື້ນຖານ, ບັນດາຫົວໜ່ວຍວິຊາການອ້ອມຂ້າງກະຊວງ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ແລະ ສະຫລຸບການຈັດຕັ້ງປະຕິບັດບົນພື້ນຖານກົດໝາຍ ແລະ ລະບຽບການເງິນຢ່າງຮັດກຸມ, ປີ 2025 ເງິນປະກອບສ່ວນເຂົ້າຄັງປະກັນສັງຄົມ ທັງໝົດ 800 ຕື້ກວ່າກີບ. ໃນນີ້, ງົບປະມານພາກປົກກະຕິຫຼາຍກວ່າ 796 ຕື້ກີບ ແລະ ລາຍຮັບວິຊາການ 7 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດໃນ 5 ເດືອນຂອງປີ 2025ນີ້ ສາມາດປະຕິບັດໄດ້ 615.26 ຕື້ກີບ, ເທົ່າກັບ 76.57% ຂອງແຜນການ.

ແຜນພັດທະນາສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2025 ໂດຍສະເພາະ 7 ຄາດໝາຍຂອງຂະ ແໜງການແຮງງານ ແລະ ສະຫວັດດີການສັງຄົມ ຕາມທີ່ກຳນົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບ 153/ສພຊ, ລົງວັນທີ 12 ທັນວາ 2024 ເຊິ່ງມີຜົນສຳເລັດຫລາຍດ້ານ ເປັນຕົ້ນ ພັດທະນາສີມືແຮງງານໃຫ້ກຳລັງແຮງງານຕາມຄວາມຕ້ອງການຂອງຕະຫລາດແຮງງານໃນຮູບແບບຕ່າງໆ ໄດ້ທັງໝົດ 97,793 ຄົນ, ຍິງ 47,141 ຄົນ (ມະຕິສະພາ 8,000 ຄົນ); ຈັດຫາກຳລັງແຮງງານເຂົ້າສູ່ຕະ ຫລາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ 95,721 ຄົນ, ຍິງ 50,536 ຄົນຖືວ່າລື່ນແຜນການປີ, ອັດຕາການວ່າງງານຍັງສາມາດຮັກສາໄດ້ລະດັບ 2.4%; ຂະຫຍາຍການຄຸ້ມຄອງຫົວໜ່ວຍວິສາຫະກິດເພີ່ມໃໝ່ ໄດ້ທັງໝົດ 421 ຫົວໜ່ວຍ (ມະຕິສະພາ 525 ຫົວໜ່ວຍ) ແລະ ຂຶ້ນທະບຽນຜູ້ປະກັນຕົນ ໃໝ່ໄດ້ 19,361 ຄົນ, (ມະຕິສະພາ 58,500 ຄົນ);
ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດປະຊາທິປະໄຕໃນ 3 ເປົ້າໝາຍບຸລິມະສິດປະຈໍາງວດ 1 ປີ 2025 ໄດ້ 354 ທ່ານ, ຍິງ 30 ທ່ານ (ມະຕິສະພາ 691 ທ່ານ) ເປັນເງິນທັງໝົດ 6.99 ຕື້ກີບ; ເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຊຸມຊົນ, ເຂດຈຸດສຸມການຜະລິດ ໄດ້ 929 ເຮັກຕາ (ແຜນການ 3,170 ເຮັກຕາ), (ມະຕິສະພາ 7,500 ເຮັກຕາ) ແລະ ທໍາລາຍລະເບີດ 9,944 ໜ່ວຍ ແລະ ໂຄສະນາທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກຕົກຄ້າງ ໃຫ້ຊຸມຊຸມເປົ້າໝາຍໄດ້ 149 ບ້ານ (ແຜນ ການ 450 ບ້ານ).

ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ